ສະຫະພາບເອີຣົບ ອຸປະຖຳເງິນ 200.000 ເອີໂລ ຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກພາຍຸ Damrey ຢູ່ຫວຽດນາມ

(VOVWORLD) - ວັນທີ 13 ທັນວາ, ຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈຳຫວຽດນາມ ໃຫ້ຮູ້ວ່າ ເພື່ອແກ້ໄຂຜົນຮ້າຍຍ້ອນຫຼັງຈາກພາຍຸ Damrey ຢູ່ເຂດພາກກາງ ແລະ ທາງທິດໃຕ້ພາກກາງ,
ສະຫະພາບເອີຣົບ ອຸປະຖຳເງິນ 200.000 ເອີໂລ ຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກພາຍຸ Damrey ຢູ່ຫວຽດນາມ - ảnh 1ສະຫະພາບເອີຣົບ ອຸປະຖຳເງິນ 200.000 ເອີໂລ ຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກພາຍຸ Damrey (ພາບ: IFRC)

ຄະນະກຳມະການເອີຣົບ ໄດ້ສະໜອງບ້ວງເງິນອຸປະຖຳມະນຸດສະທຳ ມີມູນຄ່າ 200.000 ເອີໂລ, ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນສະທ້ອນຫຼາຍທີ່ສຸດ.

        ຈຳນວນເງິນກູ້ຊ່ວຍຂອງ ສະຫະພາບເອີຣົບ ໄດ້ນຳໃຊ້ເພື່ອໜູນຊ່ວຍໃຫ້ສະພາກາແດງ ຫວຽດນາມ ໃນການສະໜອງບັນດາເຄື່ອງຂອງທີ່ຈຳເປັນໃຫ້ປະຊາຊົນຄື: ແຈກຜ້າບັດ, ຊຸດເຄື່ອງມືເຮັດຕູບຊົ່ວຄາວ, ເຄື່ອງຮັບໃຊ້ໃນການດຳລົງຊີວິດ ແລະ ເຄື່ອງກັ່ນຕອງນ້ຳ. ນອກຈາກນັ້ນ, ກໍ່ຈະໄດ້ມອບເງິນສົດໃຫ້ບັນດາຄອບຄົວທີ່ມີຄວາມສ່ຽງສູງກວ່າໝູ່ສາມາດຕອບສະໜອງໄດ້ຄວາມຕ້ອງການພື້ນຖານ ແລະ ຮັກສາວິທີຫາເງິນລ້ຽງຊີບໄວ້ໄດ້.

        ເງິນບ້ວງນີ້ແມ່ນສ່ວນໜຶ່ງໃນທຶນປະກອບສ່ວນອຸປະຖຳລວມຂອງ ສະຫະພາບເອີຣົບ ເຂົ້າກອງທຶນສຸກເສີນກ່ຽວກັບການກູ້ຊ່ວຍໄພທຳມະຊາດ (DREF) ທີ່ຂຶ້ນກັບສະພາກາແດງ ແລະ ກາຊີກວົງເດືອນແດງສາກົນ (IFRC).

 

ຕອບກັບ

ຂ່າວ/ບົດ​ອື່ນ