ສະຫະພາບເອີລົບຮຽກ ຮ້ອງໃຫ້ອິດສະຣາເເອນ ຍົກເລີກຂໍ້ຕົກລົງຕ້ານ ປາແລດສະຕິນ


ສະຫະພາບເອີລົບຮຽກ ຮ້ອງໃຫ້ອິດສະຣາເເອນ ຍົກເລີກຂໍ້ຕົກລົງຕ້ານ ປາແລດສະຕິນ - ảnh 1


ທ່ານນາງ Catherine Ashton

(ພາບ:TTXVN)

(vovworld)-  ວັນ​ທີ 18/4, ສະຫະພາບ​ເອີ​ລົບ​ໄດ້​ຮຽກຮ້ອງ​ໃຫ້ ອິດ​ສະຣາ​ແອນ ຍົກ​ເລີກ​ຂໍ້​ຕົກລົງ​ສະບັບ​ຕ່າງໆ​ທີ່​ຜ່ານ​ມາ​ ເພື່ອ​ຕ້ານ​ຄືນ​ປາ​ແລດ​ສະຕິ​ນ, ພ້ອມ​ທັງ​ສະ​ເໜີ​ໃຫ້​ທັງ​ສອງ​ຝ່າຍຈົ່ງ​ລະງັບ​ຈິດ​ໃຈ​ ​ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເພື່ອ​ບໍ່​ສົ່ງ​ການ​ກະທົບ​ບໍ່​ດີ​​ເຖິງວິວັດ​ການເຈລະຈາ​ສັນຕິພາບ​ໃນ​ປະຈຸ​ບັນ.

​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຂອງ​ຕົນ​ເອງ, ທ່ານນາງ Catherine Ashton ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ຕ່າງປະ​ເທດ ​ແລະ ການ​ປ້ອງ​ກັນຄວາມ​ສະຫງົບ​ຂອງ​ສະຫະພາບ​ເອີ​ລົບ ​​ໃຫ້​ຮູ້​ວ່າ : ບັນດາ​ການ​ກະທຳ​ວຫວ່າງ​ແລ້ວ​ນີ້​ຂອງອິດ​ສະຣາ​ແອນ, ຄື: ປະກາດການ​ກໍ່​ສ້າງ​​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຢູ່​ເຂດ​ດິນ​ແດນ​ຖືກ​ຢຶດຄອງ​ຂອງ​ປາ​ແລດ​ສະຕິ​ນ, ບໍ່​ຊ່ວຍ​ສ້າງ​ບັນຍາກາດ​​ແຫ່ງ​ຄວາມ​ໄວ້​ເນື້ອເຊື່ອ​ໃຈ ​ແລະ ການຮ່ວມ​ມື​ທີ່ຈຳ​ເປັນຕໍ່​ຜົນສຳ​ເລັດ​ຂອງ​ວິວັດການ​ເຈລະຈາ​ສັນຕິພາບ. ທ່ານນາງ Catherine Ashton ຍັງ​​ກ່າວ​ຫາ​ການ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ເຊິ່ງກັນ ​ແລະ ກັນຄັ້ງຕ່າງໆ, ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈົ່ງຢຸດຕິ​​ການ​ໃຊ້​ຄວາມ​ຮຸນ​ແຮງທັງ​ໝົດ, ພ້ອມ​ກັນ​ນັ້ນກໍ່ສະ​ແດງ​ເສຍດາຍ​ຕໍ່​​ເລື່ອງຫວ່າງ​ແລ້ວ​ນີ້ ​ອິດ​ສະຣາ​ແອນ ​ຢຶດ​ເອົາ​ເຄື່ອງ​ຊ່ວຍ​ເຫຼືອ​ມະນຸດສະທຳ​ຂອງ​ສະຫະພາບ​ເອີ​ລົບ​ທີ່​ໜູນ​ຊ່ວຍ​ໃຫ້​ປາ​ແລດ​ສະຕິ​ນ./.

ຂ່າວ/ບົດ​ອື່ນ