ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້ານວັນເກີດປະທານ ໂຮ່ຈີມິນ ຢູ່ ອິນເດຍ, ຝະລັ່ງ, ເຊັກໂກ ແລະ ຢູແກຼນ

(VOVWORLD) - ວັນທີ 19 ພຶດສະພາ ຢູ່ ອິນເດຍ ໄດ້ດຳເນີນບັນດາການເຄື່ອນໄຫວໂຮມຊຸມນຸມ ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/05/1890 – 19/05/2017)
ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້ານວັນເກີດປະທານ ໂຮ່ຈີມິນ ຢູ່ ອິນເດຍ, ຝະລັ່ງ, ເຊັກໂກ ແລະ ຢູແກຼນ - ảnh 1 ສະເຫຼີມສະຫຼອງ 127 ປີແຫ່ງວັນຄ້ານວັນເກີດປະທານ ໂຮ່ຈີມິນ ຢູ່  ລັດເຊຍ

ຕອນເຊົ້າວັນທີ 19 ພຶດສະພາ ຢູ່ລັດ Telangana ແລະ Andhra Pradesh, ອົງການສັນຕິພາບ ແລະ ສາມັກຄີທົ່ວ ອິນເດຍ (AIPSO) ຈັດຕັ້ງພິທີໂຮມຊຸມນຸມສະເຫຼີມສະຫຼອງເຫດການນີ້. ທີ່ພິທີໂຮມຊຸມນຸມ ຮອງຜູ້ວ່າການລັດ, ລັດຖະມົນຕີກະຊວງສຶກສາລັດ Telangana ທ່ານ K.Srihari ເນັ້ນໜັກວ່າ ຊາວ ອິນເດຍ ເຄົາລົບນັບຖື ປະທານໂຮ່ຈີມິນ ແລະ ບັນດາການອຸທິດສ່ວນຂອງເພີ່ນໃຫ້ແກ່ພາລະກິດປົດປ່ອຍຊາດຂອງ ຫວຽດນາມ ກໍ່ຄືຂະບວນການສັນຕິພາບໃນໂລກ. ເນື່ອງໃນໂອກາດນີ້ ຄະນະຈັດຕັ້ງໄດ້ແນະນຳປື້ມຫົວໜຶ່ງກ່ຽວກັບຊີວິດ ແລະ ພາລະກິດຂອງ ປະທານໂຮ່ຈີມິນ ດ້ວຍພາສາ Telugu.

        ທີ່ຝະລັ່ງ, ວັນທີ 19 ພຶດສະພາ, ຄະນະຜູ້ແທນສານປະຊາຊົນໂດຍທ່ານປະທານສານ ຫງວຽນຮ່ວາບີງ ນຳໜ້າ ພວມປະຕິບັດງານຢູ່ ຝະລັ່ງ ພ້ອມກັບສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ. ທ່ານ ຫງວຽນຮ່ວາບີງເນັ້ນໜັກວ່າ

        “ວິວັດການເຄື່ອນໄຫວປະຕິວັດຢູ່ຫລາຍປະເທດໃນໂລກ, ແຕ່ Marseille ເຖິງ Paris, Montreuil, Tours, Le Havre…ກໍ່ຄືຢູ່ບັນດາປະເທດ ເອີລົບ, ອາຟຣິກາ…ໄດ້ເຮັດໃຫ້ປະທານ ໂຮ່ຈີມິນຈາກຊາວຜູ້ໜຶ່ງໜຸ່ມຮັກຊາດກາຍເປັນນັກຮົບກອມມູນິດ ພ້ອມດ້ວຍບັນດາແນວຄິດ ແລະ ຄຸນຄ່າເສລີສະເໝີພາບ, ເມດຕາຈິດ ເຊິ່ງເພີ່ນໄດ້ຕໍ່ສູ້ໃນຕະຫລອດຊີວິດຂອງຕົນ. ບັນດາຄຸນຄ່າອັນສັກກະລະບູຊານັ້ນ ພ້ອມກັບບັນດາແນວຕິດກ່ຽວກັບເສັ້ນທາງປະຕິວັດ ຫວຽດນາມ ຂອງເພີ່ນ ໄດ້ກາຍເປັນຫຼັກການພື້ນຖານນຳພາການປະຕິວັດ ຫວຽດນາມ ໄປເຖິງຜົນສຳເລັດ ໃນບັນດາການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືໃນໄລຍະພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນປະຈຸບັນ.

        ວັນທີ 19 ພຶດສະພາ ສະຖານທູດ ຫວຽດນາມ ປະຈຳ ເຊັກໂກ ແລະ ຢູແກຼນ ກໍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 127 ປີແຫ່ງວັນຄ້ານວັນເກີດປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ