ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານປະເທດ ໂຕນດຶກຖັ໋ງ

(VOVWORLD) -ຕອນເຊົ້າວັນທີ 20 ສິງຫາ, ຢູ່ແຂວງ ອານຢາງ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແຂວງ ອານຢາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018) - ເຊິ່ງເປັນນັກກອມມູນິດອົງອາດກ້າແກ່ນ, ການນຳດີເດັ່ນ, ເພື່ອນຮ່ວມຮົບທີ່ສະໜິດສະໜົມຂອງປະທານ ໂຮ່ຈີມິນ, ລູກຮັກທີ່ດີເດັ່ນຂອງແຂວງ ອານຢາງ ທີ່ມີມູນເຊື້ອຮັກຊາດ ແລະ ການປະຕິວັດ, ນັກຮົບຜູ້ຈົ່ງຮັກພັກດີຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ.
ສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານປະເທດ ໂຕນດຶກຖັ໋ງ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ

        ເຂົ້າຮ່ວມພິທີມີທ່ານປະທານປະເທດ ເຈີ່ນດ້າຍກວາງ, ບັນດາການນຳພັກ, ລັດລຸ້ນຕ່າງໆ…, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ, ບັນດານັກປະຕິວັດຜູ້ອາວຸໂສ, ບັນດາແມ່ ຫວຽດນາມ ວິລະຊົນ… ພ້ອມກັບປະຊາຊົນແຂວງ ອານຢາງ ທຸກຊັ້ນວັນນະ. ກ່າວສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ:

        “ຊີວິດ ແລະ ພາລະກິດຂອງລຸງໂຕນ ແມ່ນແບບຢ່າງທີ່ໃສແຈ້ງກ່ຽວກັບນ້ຳໃຈຮັກຊາດ; ຈົງຮັກພັກດີ, ສຸດຈິດສຸດໃຈຕໍ່ພາລະກິດແຫ່ງການປະຕິວັດ; ນ້ຳໃຈອົງອາດກ້າແກ່ນ, ບໍ່ຍອມຈຳນົນ, ມີຄວາມສະຫງ່ຽມຄ່ຽມຄົມ, ລຽບງ່າຍ, ມີຄວາມຮັກແພງຕໍ່ປະຊາຊົນ; ນ້ຳໃຈມະຫາສາມັກຄີທົ່ວປວງຊົນ ແລະ ນ້ຳໃຈສາມັກຄີກຳມະຊີບສາກົນ, ຄືທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ເຄີຍຢັ້ງຢືນວ່າ “ມໍລະດົກ ອັນລ້ຳຄ່າເຊິ່ງທ່ານປະທານປະເທດ ໂຕນດຶກຖັ໋ງ ປະໄວ້ໃຫ້ປະຊາຊົນ ແມ່ນທາດແທ້ຂອງ ປະທານ ໂຕນດຶກຖັ໋ງ, ຜະລິດຕະພັນສັງລວມຂອງນ້ຳໃຈເຜື້ອແຜ່ຂອງປະຊາຊົນພາກໃຕ້ ແລະ ແມ່ນຄວາມປິຊາສາມາດ, ມີຫົວຄິດປະດິດສ້າງຂອງຊາວ ຫວຽດນາມ, ກຳລັງປະຈັນບານຂອງຊົນຊັ້ນກຳມະກອນ, ລັກສະນະປະຫວັດສາດຂອງຜູ້ຮັກຊາດ, ນັກກອມມູນິດ, ລັກສະນະມະນຸດສະທຳຂອງມະນຸດ.””

     ຕອນບ່າຍຂອງວັນດຽວກັນ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດກໍໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດປະທານ ໂຕນດຶກຖັ໋ງ (20/8/1888 – 20/8/2018)ຂຶ້ນ. ເຂົ້າຮ່ວມພິທີມີ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ອະດີດປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ; ຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ. ກ່າວຄຳປາໄສທີ່ພິທີ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຫ້ງຟຸກ ໄດ້ທົບທວນຄືນຊີວິດ, ພາລະກິດ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງປະທານໂຕນດຶກຖັ້ງທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ