ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ຕອນຄໍ່າວັນທີ 18 ກັນຍາ, ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ສົມທົບກັບ ສະມາຄົມມິດຕະພາບ ຍີ່ປຸ່ນ-ຫວຽດນາມ, ສະຖານທູດຍີ່ປຸ່ນປະຈໍາຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຍີ່ປຸ່ນ (21/9/1973 – 21/9/2018). 

ສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານ ຟ້າມມິງຈິງ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ ກ່າວຄໍາເຫັນທີ່ພິທີ (ພາບ: Phuong Hoa/TTXVN)

ທີ່ພິທີ, ທ່ານ ຟ້າມມິງຈິງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ - ຍີ່ປຸ່ນ ໄດ້ເນັ້ນໜັກເຖິງນໍ້າໃຈມິດຕະພາບ,  ຄວາມຊື່ສັດບໍລິສຸດ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງສູງ ກ່ຽວກັບດ້ານການເມືອງ ແມ່ນພື້ນຖານທີ່ໝັ້ນແກ່ນ ໃຫ້ແກ່ການຮ່ວມມືອັນແໜ້ນແຟ້ນ ແລະ ມີປະສິດທິຜົນລະຫວ່່າງສອງປະເທດ.  ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່່າ ໄປຄຽງຄູ່່ກັບການພົວພັນການທູດລະຫວ່າງ ລັດ ແລະ ປະຊາຊົນນັ້ນ, ການພົວພັນທາງການທູດລະຫວ່າງລັດຖະສະພາສອງປະເທດ ກໍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

        ສ່ວນທ່ານ Umeda Kumio ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ ເພື່ອເປັນການຂໍ່ານັບຮັບຕ້ອນເຫດການສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ມາຮອດປັດຈຸບັນໄດ້ມີບັນດາກິດຈະກໍາໃນລະບົບ ການເຄື່ອນໄຫວສະເຫຼີມສະຫຼອງກວ່າ 120 ເຫດການ ໄດ້ຈັດຂຶ້ນຢູ່ສອງປະເທດແລ້ວ. ນອກຈາກນັ້ນ, ຮອດທ້າຍປີ 2018, ຄາດວ່າ ຈະໄດ້ຈັດຕັ້ງເຫດການຕື່ມອີກ ກວ່າ 50 ເຫດການ.

ຕອບກັບ

ຂ່າວ/ບົດ​ອື່ນ