ສະເຫຼີມສະຫຼອງ 45 ປີແຫ່ງການປະຕິບັດ ຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ

ສະເຫຼີມສະຫຼອງ 45 ປີແຫ່ງການປະຕິບັດ ຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ - ảnh 1
ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ ​ເພື່ອ​ຍ້ອງຍໍ​ສັນລະ​ເສີນ​ທ່ານ​ປະທານ​ໂຮ່ຈິ​ມິນ

(vovworld)- ຕອນຄ່ຳວັນທີ 30/8, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ສູນກາງພັກ, ກະຊວງວັດທະນະທຳ-ກິລາ, ທ່ອງທ່ຽວ ແລະ ສະຖານີໂທລະພາບ ແຫ່ງຊາດຫວຽດນາມ ​ໄດ້​ຈັດ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດ ​ເພື່ອ​ຍ້ອງຍໍ​ສັນລະ​ເສີນ​ທ່ານ​ປະທານ​ໂຮ່ຈິ​ມິນ. ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ​ພ້ອມ​ກັບ​ບັນດາ​ການ​ນ​ຳພັກ, ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ​ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​​ເປີດ​ລາຍການ, ທ່ານ​ດິງ​ເທ້ຮີ​ງ ກຳມະການ​ກົມ​ການ​ເມືອງ, ຫົວໜ້າ ຄະນະໂຄສະນາສຶກສາ ສູນກາງພັກ ​ໄດ້​ຊີ້​ແຈ້ງວ່າ : 

   “ 45 ປີ​ທ່ີ​ຜ່າ​ນມາ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ ​ໄດ້​ເປັນ​ຈິດ​ໃຈ​ດຽວ, ທຸມ​ເຫື​ອ່​ເທ​ແຮງ​ປະຕິບັດ​ຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ, ສ້າງ​ໃຫ້​ມີ​ໄຊຊະນະ​ທີ່​ສະຫງ່າ​ງາມ​ໃນ​ແຕ່ລະ​ໄລຍະ​ປະຕິ​ວັດ, ພ້ອມ​ກັນ​ນັ້ນ ກໍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ພັກ​ກອມມູນິດ ​ແລະ ປະຊາຊົນ​ຫວຽດນາມ​ຍັງ​ຕ້ອງ​ສູ້​ຊົນ​ຫຼາຍ​ກ່ວາ​ອີກ​ເຮັດ​ປະຕິບ​ັດສຳ​ເລັດ​ຕາມ​ຄວາມ​ຫວັງ​ຂອງ​ເພິ່ນ. ​ໃນລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດນີ້, ພວກ​ເຮົາ​ພ້ອມ​ກັນ​ທົບ​ທວນຄືນ​ຄຳ​ສັ່ງສອນ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນວ່າ : ວັດທະນະທຳ​ສິລະ​ປະກໍ​ແມ່ນ​ແນວ​ຮົບ​ໜຶ່ງ, ອ້າຍ​ເອື້ອຍ​ນ້ອງ​ກໍ​ແມ່​ນັກຮົບ​ໃນ​ແນວ​ຮົບ​ນັ້ນ ”

ສະເຫຼີມສະຫຼອງ 45 ປີແຫ່ງການປະຕິບັດ ຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ - ảnh 2
ລາຍການ​ກະຈາຍສຽງ​ພິ​ເສດ​ເນື່ອງ​ໃນ​ໂອກາດ​ລະນຶກ 45 ປີ​ແຫ່ງການ​ປະຕິບັດຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ

    ວັນ​ທີ 31/8, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ໃຫ້​ອອກ​ອາກາດ​ສົດລາຍການ​ກະຈາຍສຽງ​ພິ​ເສດ​ໃນ​ລະບົບຂ່າວ​ການ​ເມືອງ-ສັງ​ລວມເນື່ອງ​ໃນ​ໂອກາດ​ລະນຶກ 45 ປີ​ແຫ່ງການ​ປະຕິບັດຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ. ດ້ວຍ​ຫົວ​ເລື່ອງ “ຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ: ຄຳ​ພິ​ໄນ​ກຳ​ຂອງກ່ຽວ​ກັບ​ມະນຸດ ​ແລະ ​ເພື່ອ​ມະນຸດ ” , ບັນດາ​ບົດ​ສາລະ​ຄະດີ, ບົດ​ເພງ​ປະສານ​ເຂົ້າ​ກັບ​ພ້ອມ​ກັບ​ຄຳ​ວິ​ເຄາະ​ຂອງ​ແຂກ​ຖືກ​ເຊີນ, ບັນດາ​ຕົວ​ພະຍານ​ປະຫວັດ​ສາດ ​ໄດ້​ຊ່ວຍ​ໃຫ້​ຜູ້​ຟັງ​ສາມາດ​ເຂົາ​ໃຈ​ແຈ້ງ​ກ່ຽວກັບ​ສະພາວະ​ທີ່ທ່ານ​ປະທານ​ໂຮ່ຈິ​ມິນຂຽນ​ບົດຄຳ​ພິ​ໄນ​ກຳ​, ບັນດາ​ຄຸນຄ່າ​ທີ່​ຍິ່ງ​ໃຫຍ່​ຂອງ​ບົດຄຳ​ພິ​ໄນ​ກຳ​ຂອງທ່ານ​ປະທານ​ໂຮ່ຈິ​ມິນ, ກ່ຽວ​ກັບ​ປັດ​ໄຈ​ມະນຸດ-​ເພື່ອ​ມະນຸດ​ໃນ​ບົດຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ, ກ່ຽວ​ກັບ​ປັດ​ໄຈ​ສາມັກຄີໃນ​ການ​ກໍ່ສ້າງ​ພັກ ​ແລະ ວຽກ​ງານ​ປະຕິບັດ​ຕາມ ຄຳ​ພິ​ໄນ​ກຳ ກໍ​ຄື​ບັນດາ​ບັນຫາ​ພຶດຕິ​ກຳ​ທີ່​ວາງ​ອອກ​ໃນ​ປະຈຸ​ບັນ.

ສະເຫຼີມສະຫຼອງ 45 ປີແຫ່ງການປະຕິບັດ ຄຳພິໄນກຳຂອງ ທ່ານປະທານໂຮ່ຈິມິນ - ảnh 3
ສາດສະດາຈານ​ປະຫວັດສາດ​ຊາວ​ອາ​ເມ​ລິ​ກາ ທ່ານ William Duiker

   ​ ຄຳ​ພິ​ໄນ​ກຳ​ຂອງທ່ານ​ປະທານ​ໂຮ່ຈິ​ມິນຊ້ອນ​ແຝງ​ສິ່ງ​ອະມະຕະ . ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ ​ໂກ​ເບ​ແລບ ຊາວ​ລັດ​ເຊຍ​ທີ່​ໄດ້​ຮ່ຳຮຽນ, ປະຕິບັດ​ງານ​ຢູ່​ຫວຽດນາມ​ເປັນ​ເວລາ​ຫຼາຍ​ປີ. ​ໃນ​ປຶ້ມ​ອ່ານ​ທີ່​ພາດ​ຫົວ​ຂໍ້ ​“ ສະຫາຍ ​ໂຮ່ຈິ​ມິນ” ທີ່​ພິມ​ຈຳໜ່າຍ​ເປັນ​ພາສາ​ລັດ​ເຊຍ, ຫວຽດນາມ, ອົງ​ກິດ, ລາວ, ມົງ​ໂກນ.... ທ່່ານ​ໄດ້​ເຕື້ອງ​ເຖິງ​ເນື້ອ​ໃນຄຳ​ພິ​ໄນ​ກຳ​ຂອງທ່ານ​ປະທານ​ໂຮ່ຈິ​ມິນ ທີ່​ປະ​ໄວ້​ໃຫ້​ປະຊາຊົນ​ຫວຽດນາມ​ກ່ອນ​ທີ່​ເພີ່ນ​ລວງ​ລັບ​ໄປ. ຕອບ​ສຳພາດ​ນັກ​ຂ່າວ VOV ​ເນື່ອງ​ໃນ​ໂອກາດ​ລະນຶກ 45 ປີ​ແຫ່ງການ​ປະຕິບັດຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ, ທ່ານ ​ໂກ​ເບ​ແລບ ຕີ​ລາຄາ​ວ່າ :

   “ ນີ້​ແມ່ນ​ບົດຄຳ​ພິ​ໄນ​ກຳ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ​ເພາະ​ມັນ​​ເປັນສານ​ສົ່ງ​ຄວາມ​ເຖິງ​ທົ່ວ​ປວງ​ຊົນ​ຫວຽດນາມ, ຊາດ​ຫວຽດນາມ ​ແລະ ​ເຖິງ​ທົ່ວ​ໂລກ​ອີກ​ດ້ວຍ. ຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ ພາຍຫຼັງ​ໄດ້​ຮັບ​ການ​ປະກາດ​ຢູ່​ຫວຽດນາມ​ນັ້ນ,​ແມ່ນ​ໄດ້​ຖືກ​ແປ​ອອກ​ເປັນ​ພາສາ​ລັດ​ເຊຍ, ​ແລະ​ຖືກ​ລົງ​ພິມ​ໃນ​ໜັງສືພິມ​ຊຶ​ເທີ​ດ(​ແປ​ວ່າຄວາມ​ຈິງ) ຊຶ່ງ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ແຂງ​ແຮງ​ເຖິງ​ນ້ຳ​ໃຈຄວາມ​ຮັກ​ແພງ​ຂອງ​ຜູ້​ຄົນ​ທັງຫຼາຍ ”

       ສ່ວນ​ໃນ​ປຶ້ມ​ອ່ານ “ໂຮ່ຈິ​ມິນ : ຊີວິດ​ຂອງ​ຄົນ​ໜຶ່ງ” ສາດສະດາຈານ​ປະຫວັດສາດ​ຊາວ​ອາ​ເມ​ລິ​ກາ ທ່ານ William Duiker ​ເນັ້ນ​ໜັກ​ວ່າ :

   “ຄຳ​ພິ​ໄນ​ກຳ​ຂອງ ທ່ານ​ປະທານ​ໂຮ່ຈິ​ມິນ​ໄດ້​ສ່ອງ​ແສງ​ເຖິງ​ບັນດາ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​ຫວຽດນາມ ກໍ​ຄື​ປະຊາຊົນ​ໃນ​ທ່ົວ​ໂລກ. ຍົກ​ຕົວຢ່າງ​ຄື​ຄຳ​ວ່າ : ​ເອກະລາດ, ທ່ານ​ປະທານ​ໂຮ່ຈິ​ມິນ​ກໍ​ມີ​ຄຳ​ເວົ້າ​ທີ່​ໂດດ​ເດັ່ນ​ທີ່​ວ່າ : ບໍ່​ມີ​ຫຍັງ​ປະ​ເສີດ​ເລີດ​ລ້ຳ​ກວ່່າ​ເອກະລາດ, ອິດສະຫຼະພາບ. ນີ້​ແມ່ນ​ບັນດາ​ຄຸນຄ່າ​ຊຶ່ງ​ພວກ​ເຮົາ​ທຸກໆ​ຄົນ​ຕ່າງ​ກໍ​ແບ່ງປັນ​ນຳ​ກັນ ​ແລະ ຫວັງ​ຢາກ​ໄດ້. ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ຄວາມ​ກ້າວໜ້າ​ຊຶ່ງ​ຫວຽດນາມ​ຍາດ​ມາ​ໄດ້​ໃນ 30 ປີ​ທີ່​ຜ່ານ​ມາ​ໃນ​ການ​ປະຕິບ​ັດບັນດາ​ຈຸດໝາຍ​ຊຶ່ງທ່ານ​ປະທານ​ໂຮ່ຈິ​ມິນ​ໄດ້​ວາງ​ອອກ”

ຂ່າວ/ບົດ​ອື່ນ