ສະເຫຼີມສະຫຼອງ 50 ປີແຫ່ງການພົບປະຄັ້ງປະຫວັດສາດລະຫວ່າງ ຫວຽດນາມ - ອາເມລິກາ, Bratislava 1967

(VOVWORLD) - ຕອນບ່າຍວັນທີ 22 ກັນຍາ, ທີ່ຮ່າໂນ້ຍ, ສະມາຄົມ ຫວຽດນາມ - ອາເມລິກາ (ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ) ໄດ້ຈັດຕັ້ງການໂອ້ລົມສົນທະນາ
ສະເຫຼີມສະຫຼອງ 50 ປີແຫ່ງການພົບປະຄັ້ງປະຫວັດສາດລະຫວ່າງ ຫວຽດນາມ - ອາເມລິກາ, Bratislava 1967 - ảnh 1 ສະເຫຼີມສະຫຼອງ 50 ປີແຫ່ງການພົບປະຄັ້ງປະຫວັດສາດລະຫວ່າງ ຫວຽດນາມ - ອາເມລິກາ, Bratislava 1967 (ພາບ: ແຄງລານ)

ເນື່ອງໃນໂອກາດສະເຫຼີມສະຫຼອງ “50 ປີແຫ່ງການພົບປະຄັ້ງປະຫວັດສາດລະຫວ່າງ ຫວຽດນາມ - ອາເມລິກາ” Bratislava (ນະຄອນທີ່ຂຶ້ນກັບປະເທດ ເຊັກໂກສະໂລວາເກຍ ເກົ່າ, ປະຈຸບັນສັງກັດ ສ.ສະໂລວາເກຍ) 1967 – 2017.

        ໃນຕົ້ນຊຸມປີ 1960 ຂອງສະຕະວັດກ່ອນ, ໄດ້ດຳເນີນບັນດາການພົບປະລະຫວ່າງບຸກຄົນ ແລະ ອົງການຈັດຕັ້ງຂອງບັນດາວົງການຊາວໜຸ່ມປະຊາທິປະໄຕ, ປັນຍາຊົນ, ຜູ້ຊົງຄຸນວຸດທິ ຫວຽດນາມ - ອາເມລິກາ ຢູ່ຫລາຍບ່ອນແຕກຕ່າງກັນຄືຢູ່ບັນດາກອງປະຊຸມ, ການພົບປະສາກົນຢູ່ ເອີຣົບເໜືອ, ຝະຣັ່ງ, ອາຊີຕາເວັນອອກສ່ຽງໃຕ້ ເພື່ອສະແດງຄວາມມຸ່ງຫວັງຮ່ວມກັນ ຕໍ່ສູ້ໃຫ້ສັນຕິພາບ, ຕ້ານສົງຄາມຢູ່ ຫວຽດນາມ. ການພົບປະ Bratislava ໃນເດືອນ ກັນຍາ 1967 ໄດ້ຮັບຖືວ່າ ແມ່ນປັດໄຈຊຸກຍູ້ການສ້າງຕັ້ງແນວໂຮມປະຊາຊົນ ອາເມລິກາ ສາມັກຄີ ແລະ ສະໜັບສະໜູນການຕໍ່ສູ້ ເພື່ອຄວາມເປັນເອກະລາດຂອງປະຊາຊົນ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ