ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະຖານີ ກະຈາຍສຽງ CK2

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະຖານີ ກະຈາຍສຽງ CK2  - ảnh 1
(ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະຖານີ ກະຈາຍສຽງ CK2)

(vovworld) – ກ່ອນ​ນີ້ 50 ປີ, ວັນ​ທີ 20/8/1964. ສະຖານີ​​ກະຈາຍ​ສຽງ CK2​ ​ເລີ່​ມ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ, ດ້ວຍ​ໜ້າ​ທີ່​ການ​ເມືອງ​ແມ່ນ ສົ່ງ​ສັນຍານບັນດາລາຍການ​ກະຈາຍ​ສຽງ​​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມເຖິງ​ຜູ້​ຟັງ​ພາຍ​ໃນ​ປະ​ເທດ ​ແລະ ​ສົ່ງ​ສັນຍາ​ນລາຍການ​ຂົນຂວາຍ​ທະຫານ​ດ້ວຍ​ພາສາ​ອັງກິດ ​ແລະ ຮັບ​ໃຊ້​ຜູ້​ຟັງ​ຕ່າງປະ​ເທດກໍ່​ຄືກອງ​ປະຊຸມ ປາຣີ… ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ເຊົ້າ​ວັນ​ທີ 20/8, ສະຖານີ​ ວິທະຍຸ​ກະຈາຍ​ສຽງ CK2 ຢູ່​ເຈືອງ​ມີ້, ຮ່າ​ໂນ້ຍ, ສູນ​ເຕັກນິກ​ການ​ສຽງ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຕ້ອນ​ບັບ​ໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ. ທີ່​ງານ​ພົບ​ປະ​ສ້າງສັນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽນ, ຊີ້​ແຈ້ງວ່າ:

​ເຕັກນິກ​ການ​ສຽງ, ​ເຕັກນິກ​ສື່ສານ​ນັບ​ມື້​ນັບ​ພັດທະນາ. ສິ່ງ​ດັ່ງກ່າວ​ພາ​ໃຫ້​ກຸ່ມ​ເຕັກນິກສະຖານີ​ວິທະຍຸ CK2 ​ເວົ້າ​ສະ​ເພາະ ​ແລະ ກຸ່ມ​ເຕັກນິກ​ຂອງ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ​ເວົ້າ​ລວມ, ຕ້ອງ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ເປັນ​ເຈົ້າ​ອຸປະກອນ ​ແລະ ​ເຕັກ​ໂນ​ໂລ​ຢີ. ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ  ຈະ​ກໍ່ສ້າງ​ແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການ​ສົ່ງ​ສັນຍານ​ໃນ​ຍຸດ​ທະ​ສາດ​ແຕ່​ນີ້​ເຖິງ​ປີ 2020 ​ແລະ ​ເຖິງ​ປີ 2030 ​ເພື່ອ​ຮັບປະກັນ​ໜ້າ​ທີ່​ການ​ເມືອງ ​ແລະ ຕອບ​ສະໜອງ​ເຕັກ​ໂນ​ໂລ​ຢີ ​ແລະ ອຸປະກອນ​ໃນ​ອະນາຄົດ, ຕອບ​ສະໜອງ​ທ່າ​ອ່ຽງ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ“

ຂ່າວ/ບົດ​ອື່ນ