ສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ຢູ່ ປັກກິງ

(VOVWORLD) - ວັນທີ 17 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ. 
ສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ຢູ່ ປັກກິງ - ảnh 1 ພິທີສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ຢູ່ ປັກກິງ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ດັ້ງມິງຄອຍ ໄດ້ເນັ້ນໜັກເຖິງຄວາມໝາຍຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຈີນ ໂດຍປະທານ ໂຮ່ຈີມິນ, ປະທານ ເໝົາເຈີຕຸງ ແລະ ບັນດາການນຳລຸ້ນກ່ອນຂອງ 2 ປະເທດໄດ້ເພີ່ມພູນຄູນສ້າງ, ເປັນຊັບສົມບັດລວມອັນລ້ຳຄ່າຂອງ 2 ປະເທດ ຄວນໄດ້ຮັບການຮັກສາ, ສືບທອດ ແລະ ເສີມຂະຫຍາຍ. ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ຫວັງວ່າ ດ້ວຍບັນດາໝາກຜົນເປັນໜ້າສົ່ງເສີມໃນການພົວພັນລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ຈະປະກອບສ່ວນນຳການພົວພັນ 2 ປະເທດໃນປີ 2019 ສືບຕໍ່ມີບາດກ້ວາພັດທະນາໃໝ່, ແຂງແຮງກ່ວາ, ແທດຈິງກ່ວາ.

        ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ຈີນ  ຈີ໊ນກາງ ຢືນຢັນວ່າ ຈີນ ຖືເປັນສຳຄັນທີ່ສຸດ ແລະ ສືບຕໍ່ເດີນຕາມທິດນຳ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ” ແລະ ຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເປັນສະຫາຍ, ເປັນເພື່ອນມິດດີ ແລະ ເປັນຄູ່ຮ່ວມມືທີ່ດີ” ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບການຮ່ວມມືຮອບດ້ານກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ