ສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດຫວຽດນາມຢູ່ປະເທດໄທ ແລະ ເຢຍລະມັນ

(VOVWORLD) -ຕອນຄໍ່າວັນທີ 2 ກັນຍາ, ຢູ່ແຂວງ Udon Thani, ເຂດອີສານໄທ, ສະຖານທູດຫວຽດນາມປະຈໍາໄທ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດ ສາທາລະນະລັດສັງຄົມນິຍົມຫວຽດນາມ ( 02 ກັນຍາ 1945- 2 ກັນຍາ  2018) ຂຶ້ນຢ່າງສົມກຽດ. 

ສະເຫຼີມສະຫຼອງ 73 ປີ ແຫ່ງວັນຊາດຫວຽດນາມຢູ່ປະເທດໄທ ແລະ ເຢຍລະມັນ - ảnh 1 ແຂກຖືກເຊີນເຂົ້າຮ່ວມງານລ້ຽງຖ່າຍຮູບເປັນທີ່ລະນຶກ ຢູ່ ແຂວງ Udon Thani

(ພາບ: Son Nam/Vietnam+)

ກ່າວຄໍາເຫັນໄຂງານລ້ຽງ, ທ່ານ ຫງວຽນຫາຍບັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ໄທ ໄດ້ເນັ້ນໜັກວ່າ ປະຊາຊົນຫວຽດນາມມີຄວາມເອກອ້າງທະນົງໃຈຕໍ່ບັນດາການພັດທະນາທີ່ກະໂດດຂັ້ນ, ບັນດາຜົນງານອັນໃຫຍ່ຫຼວງ ແລະມີຄວາມໝາຍປະຫວັດສາດນີ້. ຈາກປະເທດໜຶ່ງທີ່ທຸກຍາກ, ຫຼ້າຫຼັງ, ຫວຽດນາມ ໄດ້ກາຍເປັນປະເທດພວມພັດທະນາ ແລະ ມີລາຍຮັບປານກາງ; ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ; ການເມືອງ-ສັງຄົມມີສະຖຽນລະພາບ; ຄວາມເປັນເອກະລາດ, ອໍານາດອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ໄດ້ຮັບການຮັກສາຢ່າງໝັ້ນຄົງ; ອິດທິພົນຊື່ສຽງ, ຖານະບົດບາດບົນເວທີສາກົນ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ກ່ຽວກັບການພົວພັນລະຫວ່າງສອງປະເທດຫວຽດນາມ - ໄທ, ທ່ານເອກອັກຄະລັດຖະທູດ ຫງວຽນຫາຍບັງ ຢັ້ງຢືນວ່າ ໄທ ແລະ ຫວຽດນາມ ນັບມື້ນັບກາຍເປັນຄູ່ຮ່ວມມືສໍາຄັນຂອງກັນ, ບໍ່ພຽງແຕ່ຮ່ວມມືກັນໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກຍັງຮ່ວມມືກັນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນອີກດ້ວຍ.

        ກໍເນື່ອງໃນໂອກາດນີ້, ຢູ່ສາທາລະນະລັດ ສະຫະພັນ ເຢຍລະມັນ, ປະຊາຄົມຊາວຫວຽດນາມ ຢູ່ເຂດ Berlin _ Brandenburg ກໍໄດ້ຈັດຕັ້ງງານແຂ່ງຂັນກິລາ ແລະ ວັດທະນະທໍາ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ