ສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9

(VOVWORLD) - “ນັກປະຕິວັດຕ້ອງມີຄຸນສົມບັດປະຕິວັດເປັນພື້ນຖານ, ຈຶ່ງປະຕິບັດສຳເລັດໜ້ທີ່ການປະຕິວັດອັນສະຫງ່າລາສີໄດ້”.
ສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9 - ảnh 1 ສຸສານປະທານໂຮ່ຈີມິນ

ໜ້າຫຼັກຂອງບັນດາໜັງສືພິມໃຫຍ່ຢູ່ ຫວຽດນາມ ສະບັບອອກວັນທີ 2 ກັນຍາ ລ້ວນແຕ່ມີຂ່າວ, ບົດ, ພາບສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2/9.

        ໜັງສືພິມ ເຍີນເຢີນ (ປະຊາຊົນ) ໄດ້ລົງພິມຮູບປະທານໂຮ່ຈີມິນ ດ້ວຍການຄັດສະເໜີຄຳເວົ້າຂອງເພິ່ນທີ່ວ່າ: “ນັກປະຕິວັດຕ້ອງມີຄຸນສົມບັດປະຕິວັດເປັນພື້ນຖານ, ຈຶ່ງປະຕິບັດສຳເລັດໜ້ທີ່ການປະຕິວັດອັນສະຫງ່າລາສີໄດ້”. ເນື່ອງໃນໂອກາດນີ້, ໃນໜ້າຫຼັກຂອງໜັງສືພິມມີບົດນຳທີ່ວ່າ “ກ້າວເດີນຢ່າງໝັ້ນຄົງໃນເສັ້ນທາງການປະຕິວັດ”. ໃນນັ້ນ, ຢັ້ງຢືນວ່າວັນທີ 2 ກັນຍາ 1945 ໄດ້ “ກາຍເປັນວັນປະຫວັດສາດທີ່ສັກກະລະບູຊາ, ແມ່ນຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດນັບພັນປີ” ຂອງຊາດ ຫວຽດນາມ.

        ສ່ວນໃນໜ້າຫຼັກຂອງໜັງສືພິມ ກອງທັບປະຊາຊົນ ຫວຽດນາມ ກໍ່ໄດ້ລົງຮູບພາບປະທານໂຮ່ຈີມິນ ແລະ ຄັດສະເໜີຄຳເວົ້າຂອງເພິ່ນໃນມື້ອ່ານບົດປະກາດເອກະລາດ “ປະເທດ ຫວຽດນາມ ມີສິດໄດ້ຮັບຄວາມເສລີ ແລະ ເອກະລາດ, ແລະ ຄວາມຈິງ ໄດ້ກາຍເປັນປະເທດເສລີພາບ, ເອກະລາດ. ປະຊາຊົນ ຫວຽດນາມ ທຸກຊັ້ນຄົນຕັດສິນໃຈນຳນ້ຳໃຈ ແລະ ກຳລັງ, ຊີວິດ ແລະ ຊັບສິນເພື່ອຮັກສາສິດເສລີພາບ ແລະ ເອກະລາດນັ້ນໄວ້ຢ່າງໝັ້ນຄົງ.”

ຕອບກັບ

ຂ່າວ/ບົດ​ອື່ນ