ສະເຫຼີມສະຫຼອງ ວັນນ້ຳໂລກ 2017

ສະເຫຼີມສະຫຼອງ ວັນນ້ຳໂລກ 2017 - ảnh 1
(ຫວຽດນາມ ສະເຫຼີມສະຫຼອງວັນນ້ຳໂລກ 2017 ຢູ່ບັກນິງ)

(vovworld) – ວັນ​ທີ 22/3, ໃນ​ທົ່ວ​ໂລກ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມ​ສະຫຼອງ ວັນ​ນ້ຳ​ໂລກ 2017. ວັນ​ນ້ຳ​ໂລກ ປີນີ້​ມີ​ຫົວ​ຂໍ້ “ນ້ຳ​​ເສຍ” ພ້ອມ​ກັບ​ບັ້ນ​ເຄື່ອ​ນ​ໄຫວ “ ເປັນ​ຫຍັງ​ແມ່ນ​ນ້ຳ​ເສຍ” ແນ​ໃສ່​ຮຽກ​ຮ້ອງວົງ​ຄະ​ນະ​ຍາດ​ຈົ່ງ​ປະ​ຢັດ​ນ້ຳ​ ແລະ ນ້ຳ​ໃຊ້​ນຳ​ເສຍ​ຜ່ານ​ການ​ບຳ​ບັດ ແລະ ຖື​ນ້ຳ​ເສຍ​ແມ່ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ.

     ​ຕອນ​ເຊົ້າ​ວັນ​ທີ 22/03, ຢູ່​ນະ​ຄອນ​ບັກ​ນິງ, ແຂວງ​ບັກ​ນິງ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບັກ​ນິງ ຈັດ​ຕັ້ງ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​​ເພື່ອ​ຕອບ​ສະ​ໜອງ​ວັນ​ນ້ຳ​ໂລກ 2017 ດ້ວຍ​ຫົວ​ຂໍ້​ວ່າ “ນ້ຳ​​ເສຍ”. ວັນ​ນ້ຳ​ໂລກ ປີນີ້​ມີ​ຫົວ​ຂໍ້ “ນ້ຳ​​ເສຍ” ແມ່ນ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ, ຂົນ​ຂວາຍ ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ສັງ​ຄົມ, ຮຽກ​ຮ້ອງ​​ໃຫ້​ຫຼຸດ​ຜ່ອນ​ການ​ປ່ອຍ​ນ້ຳ​​ເສຍ ແລະ ນຳ​ໃຊ້​ນ້ຳ​ຜ່ານ​ການ​ບຳ​ບັດ, ຫຼີກ​ລ້ຽງ​ການ​ນຳ​ໃຊ້​ນ້ຳ​ຢ່າງ​ຟຸມ​ເຟືອຍ… ​ເພື່ອມຸ່ງ​ໄປ​ເຖິງ​ເປົ້າໝາຍ​ພັດ​​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ ແມ່ນ​ຮອດ​ປີ 2030 ທຸກ​ຄົນ​ລ້ວນ​ແຕ່​ສາ​ມາດ​ນຳ​ໃຊ້​ແຫຼ່ງ​ນ້ຳ​ສະ​ອາດ ແລະ ປັບ​ປຸງ​ບັນ​ດາ​ເງື່ອນ​ໄຂ​ທຳ​​ຄວາມ​ສະ​ອາດ ຜ່ານ​ການ​ຫຼຸດ​ຜ່ອນ​ປະ​ລິ​ມານ​ນ້ຳ​ເສຍ​ທີ່​ຍັງ​ບໍ່​ທັນ​​ຜ່ານ​ການບຳ​ບັດ ແລະ ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ນ້ຳ​ຜ່ານ​ການ​ບຳ​ບັດ​ຢ່າງ​ປອດ​ໄພ. ກ່າວ​ຄຳ​ເຫັນ​ທີ່ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ​​, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ເຈີນ​ຮົ່ງ​ຮ່າ ເນັ້ນ​ໜັກ​ວ່າ : 

    “ ​ມື້ນີ້, ເນື່ອງ​ໃນ​ໂອ​ກາດ ວັນ​ນ້ຳ​ໂລກ 2017, ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຂະ​ແໜງ​ການ​ຂັ້ນຕ່າງໆ​ຈົ່ງ​ພ້ອມ​ກັນ​ແກ້​ໄຂ ແລະ ນຳ​ໃຊ້​ນ້ຳ​ຜ່ານ​ການ​ບຳ​ບັດ​ຢ່າງ​ປອດ​ໄພເພື່ອ​ຫັນ​ນ້ຳ​ເສຍ​ກາຍ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ. ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງ​ກ່າວ, ຄວນ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້​ຂອງ​ທົ່ວ​ສັງຄົມກ່ຽວ​ກັບ​ການຫຼຸດ​ຜ່ອນ​ສະ​ພາບ​ມົນ​ລະ​ພິດ​ແຫຼ່ງ​ນ້ຳ, ຂຸດ​ຄົ້ນ ແລະ ນຳ​ໃຊ້​ແຫຼ່ງ​ນ້ຳ​ດ້ວຍ​ຄວາມ​ປະ​ຢັດ ແລະ ມີ​ປະ​ສິດ​ທິ​ຜົນ  ”

      ຕອນ​ເຊົ້າ​ວັນ​ດຽວ​ດັນ, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ເຕັກ​ນິກວິງ ແຂວງ​ເງະ​ອານ, ສູນ​ກາງ​ສະ​ພາ​ກາ​ແດງ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດພິ​ແອນ​ຈີ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ ​ວັນ​ນ້ຳ​ໂລກ 2017 ເຊັ່ນ​ດຽວ​ກັນ.

        ກ່ອນ​ໜ້ານັ້ນ, ວັນ​ທີ 21/03, ຢູ່​ແຂວງ ບັກ​ນິງ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໄດ້​ຈັດ​​ຕັ້ງກອງ​ປະ​ຊຸມ​ສຳ​ມ​ະ​ນາ​ວິ​ທະ​ຍາ​ສາດ “​ບຳ​ບັດ​ນ້ຳ​ເສຍ​ຢ່າງ​ປອດ​ໄພ, ນຳ​ໃຊ້​ແຫຼ່ງ​ນ້ຳ​​ຜ່ານ​ການບຳ​ບັດ - ມາດ​ຕະ​ການ​ປົ​ກ​ປັກ​ຮັກ​ສາ​​ແຫຼ່ງ​ຊັບ​ພະ​ຍາ​ກອນນ້ຳ​ຢ່າງ​ໝັ້​ນ​ຄົງ”.


ຂ່າວ/ບົດ​ອື່ນ