ສະເຫຼີມສະຫຼອງ125ປີແຫ່ງວັນຄ້ານວັນເກີດປະທານໂຮ່ຈິມິນຢູ່ຕ່າງປະເທດ

ສະເຫຼີມສະຫຼອງ125ປີແຫ່ງວັນຄ້ານວັນເກີດປະທານໂຮ່ຈິມິນຢູ່ຕ່າງປະເທດ - ảnh 1
ທ່ານ ຟ້າ​ມຮຶວດຶກ, ອັກຄະ​ລັດຖະທູດຫວຽດນາມ ປະຈຳ ເກັຼກ
ກ່າວຄຳເຫັນທີ່ພິທີ
(ພາບ: ສະຖານທູດ ເກັຼກ)

(vovworld) – ​ເນື່ອ​ງໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້ານ​ວັນ​ເກີດ​ທ່ານ​ປະທານ ​ໂຮ່ຈິ​ມິນ (19/5/1890-19/5/2015), ຢູ່ ນະຄອນຫຼວງ ອາ​ແຕນ, ສາທາລະນະ​ລັດ ເກັຼກ, ສະຖານທູດ ຫວຽດນາມ ປະຈຳ ເກັຼກ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມ ສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ທ່ານ​ປະທານ ​ໂຮ່ຈິ​ມິນ. ນະ​ທີ່​ນີ້, ທ່ານ ຟ້າ​ມຮຶວດຶກ, ອັກຄະ​ລັດຖະທູດ, ​ໄດ້​ທົບ​ທວນຄືນ​ກ່ຽວ​ກັບຊີວິດ ​ແລະ ພາລະກິດ​ອັນ​ຍິ່ງ​ໃຫຍ່ຂອງ​ທ່ານ​ປະທານ ​ໂຮ່ຈິ​ມິນ, ພ້ອມ​ທັງ​ຢືນຢັນ​ເຖິງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຂອງ​​ຊາວ ຫວຽດນາມ ລຸ້ນ​ຕ່າງໆ ທີ່​ມີ​ຕໍ່​ຜູ້ນຳທີ່ຍິ່ງ​ໃຫຍ່ຂອງ​ປະ​ເທດ​ຊາດ ຫວຽດນາມ.

        ​ໃນ​ລະຫວ່າງ​ວັນ​ທີ 19-20/5, ສະຖານທູດ ຫວຽດນາມ ປະຈຳ Mozambique ​ແລະ  ຫົວໜ້າສະຖານກົງສູນ​ ຫວຽດນາມ ປະຈຳສາທາລະນະ​ລັດ Madagascar ກໍ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດທ່ານ​ປະທານ ​ໂຮ່ຈິ​ມິນ ຢູ່​ບັນດາ​ນະຄອນຫຼວງ Maputo (Mozambique) ​ແລະ Antananarivo (Madagascar).

        ​ແລະ​ກໍ​ໃນ​ວັນ​ທີ 19/5, ສະ​ຖາ​ບັນ​ ກູ​ບາ ​ມິດຕະພາບ ກັບ​ບັນດາ​ປະຊາ​ຊາດ (ICAP) ​ແລະ ສະຖານທູດ​ຫວຽດນາມ ປະຈຳ ກູ​ບາ ​ໄດ້​ຈັດ​ຕັ້ງ​ພິທີ​ວາງ​ພວງມາລາ​ທີ່ອະນຸ​ສາວະ​ລີ​ທ່ານ​ປະທານ ​ໂຮ່ຈິ​ມິນ ຢູ່​ນະຄອນ ລາ​ຮາ​ວານ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ສະຖານທູດ​ຫວຽດນາມ ປະຈຳ ປາ​ກິດ​ສະຖານ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 125 ປີ​ແຫ່ງ​ວັນ​ຄ້າຍວັນ​ເກີດທ່ານ​ປະທານ ​ໂຮ່ຈິ​ມິນ ຢ່າງ​ສົມ​ກຽດ.                            



ຂ່າວ/ບົດ​ອື່ນ