ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໂມຊຳບິກ

ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ໂມຊຳບິກ - ảnh 1
ສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ
ຫວຽດນາມ-ໂມຊຳບິກ
(ພາບ: baochinhphu.vn)


​​(vovworld) – ວັນ​ທີ 01/08, ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ນຳ​ໜ້າ, ​ໄດ້​ເດີ​ນທາງອອກ​ຈາກ​ນະຄອນຫຼວງ Maputo, ສິ້ນ​ສຸດ​ການ​ຢ້ຽມຢາມ ​ໂມ​ຊຳ​ບິ​ກ ຢ່າງ​ເປັນ​ທາງ​ການ.

​        ກ່ອນ​ໜ້າ​ນັ້ນ, ຕອນ​ຄໍ່າ​ວັນ​ທີ 31/07 (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະຄອນຫຼວງ Maputo, ຜູ້ຕາງ​ໜ້າ​ລັດຖະບານ 2 ປະ​ເທດ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫຼີມສະຫຼອງ 40​ ປີແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູ​ດລະຫວ່າງຫວຽດນາມ-​ໂມ​ຊຳ​ບິ​ກ ຢ່າງ​ສົມ​ກຽດ, ​ໂດຍ​ມີການ​ເຂົ້າຮ່ວມ​ຂອງ​ຊາວ​ຫວຽດນາມ, ນັກ​ຊ່ຽວຊານ​ຫວຽດນາມ ອາ​ໄສ​ຢູ່ໂມ​ຊຳ​ບິ​ກ. ທີ່​ພິທີ​, 2 ຝ່າຍ​​ໄດ້​ເຕື້ອ​ງ​ເຖິງ​ການ​ພົວພັນ​ຮ່ວມ​ມືລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ສືບ​ຕໍ່​ມີ​ບັນດາບາດ​ກ້າວ​ຢ່າງ​ຕັ້ງໜ້າ. 2 ປະ​ເທດ​ໄດ້​ຮັກສາ​​ມູນ​ເຊື້ອ​ແລກປ່ຽນ​ນັກ​ຊ່ຽວຊານ​ດ້ານ​ສາທາລະນະ​ສຸກ, ສຶກສາ, ກະສິກຳ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ໃໝ່​ຄື: ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ໂທລະ​ຄົມ, ການ​ລົງທຶນ ​ແລະ ການ​ຄ້າ. ປະຈຸ​ບັນ, ການ​ແລກປ່ຽນ​ການ​ຄ້າ 2 ສົ້ນ​ຫາ​ກໍ​ບັນລຸ​ໄດ້​ລະດັບ​ເກືອບ 100 ລ້າ​ນ USD ​ເທົ່າ​ນັ້ນ.

        ​ໃນ​ຂອບ​​ເຂດ​ການ​ຢ້ຽມຢາມ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຮ່ວາ​ງຈຸ​ງຫາຍ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Sergiu Panti, ກຳມະການ​ກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ແນວ​ໂຮ​ມປົ​ດປ່ອຍໂມ​ຊຳ​ບິ​ກ ​​ແລະ ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ນາງ Veronica Macamo, ປະທານ​ສະພາ​​ແຫ່​ງຊາດໂມ​ຊຳ​ບິ​ກ.

ຂ່າວ/ບົດ​ອື່ນ