ສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນຢູ່ອາຟລິກາໃຕ້

ສະເຫຼີມສະຫຼອງ48ປີແຫ່ງວັນສ້າງຕັ້ງອາຊຽນຢູ່ອາຟລິກາໃຕ້ - ảnh 1
ເອກ​ອັກຄະ​ລັດຖະທູດ, ພະນັກງານ,
ພາ​ລະ​ກອນ​ສະຖານທູດ​ບັນດາ​ປະ​ເທດ​ເຂົ້າຮ່ວມ
(ພາບ: baomoi.com)


​​(vovworld) – ວັນ​ທີ 13/08, ຄະນະ​ກຳມະການ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ Pretoria (APC), ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 48 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ (08/08/1967 – 08/08/2015). ​ເຂົ້າ​ຮ່ວມ​ພິທີ​ມີ ​ເອກ​ອັກຄະ​ລັດຖະທູດ, ພະນັກງານ, ພາ​ລະ​ກອນ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ຄື: ຫວຽດນາມ, ອິນ​ໂດ​ເນ​​ເຊຍ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປີນ, ສິງກະ​​ໂປ​, ​ໄທ ​ພ້ອມ​ກັບ​ຜູ້ຕາງໜ້າວົງ​ການນັກ​ການ​ເມືອງ, ສະພາ​ແຫ່ງ​ຊາດ, ບັນດາ​ກະຊວງ​, ຂະ​ແໜງ​ການ… ​ເປັນ​ຈຳນວນ​ຫຼວງຫຼາຍ. ກ່າ​ວຄຳ​ເຫັນ​ທີ​ພິທີ​ໄຂ, ທ່ານ​​ເອກ​ອັກ​ຄະ​ລັດຖະທູ​ດຟິລິ​ບປີນ Joseph Gerard B.Angeles, ປະທານ APC, ​ໄດ້​ທົບ​ທວນຄືນ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ອາ​ຊຽນ​ໃນ 48 ປີຜ່ານມາ. ທ່ານ​ປະທານ APC ຢືນຢັນ​ວ່າ, ບັນດາ​ປະ​ເທດ​ອາ​ຊຽນ ປາດ​ຖະໜາ​ວ່າ ຢາກ​​ຮັດ​ແໜ້ນ​ການ​ພົວພັນ​ທຸກ​ດ້ານ​ກັບ​ອາ​ຟລິ​ກາ​ໃຕ້ ​​ເພື່ອ​ຜົນ​ປະ​ໂຫຍດ​ສັນຕິ​ພາບ ​ແລະ ການພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ອາ​ຊຽນ, ຂອງ​ອາ​ຟລິ​ກາ​ໃຕ້ ​ແລະ ທັງ 2 ພາກ​ພື້ນ. ​ໂດຍ​ຕາງ​ໜ້າ​ໃຫ້​ລັດຖະບານ​​ອາ​ຟລິ​ກາ​ໃຕ້, ທ່ານ​ເອກ​ອັກຄະ​ລັດຖະທູດ Anil Sooklal, ຜູ້​ຮັກສາ​ການ​ຫົວໜ້າ​ກົມ​ພາກ​ພື້ນ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຟລິ​ກາ​ໃຕ້ ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ມີ​ມາ​ແຕ່​ດົນ​ນານ​ຈາກ ກອງ​ປະຊຸມ​ອາຊີ - ອາ​ຟລິ​ກາ ຢູ່ Bangdung ກ່ອນ​ນີ້ 60 ປີ, ສືບ​ຕໍ່​ແມ່ນ​ພື້ນຖານສຳຄັນ​ເພື່ອ​ໃຫ້​ອາ​ຟລິ​ກາ​ໃຕ້ ​ແລະ ບັນດາ​ປະ​ເທດ​ອາຊຽນ ຍູ​້​ແຮງ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ, ​ໃນ​ນັ້ນ​ມີ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ຄ້າ… ທີ່​ພວມ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ