ສະເຫຼີມສະຫຼອງ54ປີແຫ່ງວັນເອກະລາດແຫ່ງລັດຄູເວດ

ສະເຫຼີມສະຫຼອງ54ປີແຫ່ງວັນເອກະລາດແຫ່ງລັດຄູເວດ - ảnh 1
ພາບ​ປະ​ກອບ

(vovworld) – ຕອນ​ຄຳ່​ວັນ​ທີ 26/2, ທ່ານ​ຫົວໜ້າ​ສະຖານກົງສູນ​ໃຫຍ່ ຄູ​ເວດ ປະຈຳ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 54 ປີ​ແຫ່ງ​ວັນ​ເອກະລາດ​ແຫ່ງ​ລັດ ຄູ​ເວດ (25/2/1961-25/2/2015) ​ແລະ 24 ປີ​ແຫ່ງ​ວັນ​ປົດ​ປ່ອຍ​​ລັດ ຄູ​ເວດ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ Omar Al-Qenaei, ຫົວໜ້າ​ສະຖານກົງສູນ​ໃຫຍ່ ຄູ​ເວດ ປະຈຳ​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ທົບທວນຄືນບັນດາ​ຂີດ​ໝາຍ​ຂອງ​ວັນ​ເອກະລາດ​ແຫ່ງ​ລັດ ຄູ​ເວດ ​ແລະ ການ​ພົວພັນ 2 ຝ່າຍ​ລະຫວ່າງ ຫວຽດນາມ- ຄູ​ເວດ ​ໃນ​ໄລຍະ​ຜ່ານ​ມາ. ຕາມ​ທ່ານ Omar Al-Qenaei ​ແລ້ວ, ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ- ຄູ​ເວດ ນັບ​ມື້​ນັບໝັ້ນຄົງ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ​ໃນ​ຫຼາຍ​ຂົງ​ເຂດ. ​ໃນປີ 2014, ມູນ​ຄ່າ​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​
​ປະມານ 691 ລ້ານ USD, ​ໃນ​ນັ້ນມູນ​ຄ່າ​ການສົ່ງ​ອອກ​ຂອງ​ ຫວຽດນາມ ​ໄປ​ຍັງ ຄູ​ເວດ ​ໄດ້​ເພີ່ມ​ຂຶ້ນ 2 ​ເທົ່າ​ເມື່ອ​ທຽບ​ກັບ​ປີ 2013. ດ້ວຍ​ນະ​ໂຍບາຍ “ມຸ່ງ​ໄປ​ເຖິງ​ທິດຕາ​ເວັນ​ອອກ” ຄື​ປະຈຸ​ບັນ, ຄູ​ເວດ ຈະ​ເພີ່ມ​ທະວີ​ການ​ລົງທຶນ​ເຂົ້າ​ ຫວຽດນາມ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

        ທ່ານ​ເລ​ແທງ​ລຽມ, ຮອງ​ປະທານ​ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ: ຍາມ​ໃດນະຄອນ​ໂຮ່ຈິ​ມິນ ກໍ່ພ້ອມ​ແລ້ວໜູນ​ຊ່ວຍ​​ບັນດາ​ວິ​ສາ​ຫະກິດ ຄູ​ເວດ ກໍ່​ຄື​ວິ​ສາ​ຫະກິດ​ສາກົນ​ມາ​ລົງທຶນ​ຢູ່​ນະຄອນ​ໂຮ່ຈິ​ມິນ.


ຂ່າວ/ບົດ​ອື່ນ