ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ

ສະເຫຼີມສະຫຼອງ55ປີແຫ່ງວັນສ້າງຕັ້ງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ
(ພາບ: Thống Nhất/TTXVN)

(vovworld) – ​ ​ວັນ​ທີ 21/11, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ (23/11/1959 – 23/11/2014) ຢ່າງ​ສົມ​ກຽ​ດ.

        ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ, ເນັ້ນ​ໜັກ​ວ່າ: ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ເຕີບ​ໃຫຍ່​ ​ທຸກ​ດ້ານ​ເທື່ອ​ລະ​ກ້າວ ແລະ ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ວຽກ​ງານ​ສຳ​ລັບ​ຊາວ ຫວຽດ​ນາມ ອາ​ໄສ​ຢ​ູ່​ຕ່າງ​ປະ​ເທດ​ເວົ້າ​ສະ​ເພາະ, ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ເວົ້າ​ລວມ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຊີ້​ແຈ້ງ​ໜ້າ​ທີ່​ຈຸດ​ສຸມ​ຂອງ ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນັ້ນ​ແມ່ນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ລວມ​ໝ​ູ່, ກໍ່​ສ້າງ​ຫົວ​ໜ່ວຍ​ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ເພີ່ມ​ທະ​ວີວຽກ​ງານ​ຂົນ​ຂວາຍ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ອ​ວາຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ ຟ້າມ​ບິ່ງ​ມິງ ໄດ້​ມອບ​ໃບ​ຍ້ອງ​ຍໍ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໃຫ້​ແກ່ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ.

 

 


ຂ່າວ/ບົດ​ອື່ນ