ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລັດເຊຍ,ສ.ເກົາຫຼີ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລັດເຊຍ,ສ.ເກົາຫຼີ - ảnh 1
​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມຢູ່​ລັດ​ເຊຍ

(vovworld)-​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 18/12, ກອງ​ບັນ​ຊາ​ການ​​ ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ກັບ​ພະ​ນັກ​ງານ ຊື່ງ​ແມ່ນ​ອະ​ດີດ​ການ​ນຳ​ເຂດ​ທະ​ຫານ​ນະ​ຄອນ​ຫລວງ, ກອງ​ບັນ​ຊາ​ການ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ. ບັນ​ດາ​ຜູ້​ແທນ​ພ້ອມ​ກັນ​ທົບ​ທວນ​ຄືນ​ມູນ​ເຊື້ອ​ອັນ​ສະ​ຫງ່າ​ລາ​ສີ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນ​ຫລວງວິ​ລະ​ຊົນ​ໃນ 70 ປີ​ແຫ່ງ​ການ​ກໍ່​ສ້າງ, ສູ້​ຮົບ ແລະ ເຕີບ​ໃຫຍ່. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ພົນ​ຕີ ຟີ​ກວກ​ຕວນ, ຜູ້​ບັນ​ຊາ​ການ​ ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ຍາມ​ໃດ​ກໍ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ, ບັນ​ດາ​ການ​ອຸ​ທິດ​ສ່ວນ, ວິ​ລະ​ກຳ​ອັນ​ສະ​ຫງ່າ​ອົງ​ອາດ​ຂອງ​ຄົນ​ລຸ້ນ​ກ່ອນ. ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ ນະ​ຄອນ​ຫລວງ ໝັ້​ນ​ໝາຍ​ຈະ​ສືບ​ຕໍ່​ຫນ້າ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ນະ​ຄອນ​ຫລວງ ໃນ​ໄລ​ຍະ​ໃຫ​ມ່.”

ກ​ອ່ນ​ຫນ້ານັ້ນ, ວັນ​ທີ 17/12, ຢູ່​ນະ​ຄອນຫຼວງ ມົດ​ສ​ກູ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ແລະ 25 ປີ​ແຫ່ງ​ວັນ​ປ້ອງ​ກັນຊາດທົ່ວ​ປວງ​ຊົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ. ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຫງວຽ​ນ​ແທງ​ເຊີນ ຢັ້ງ​ຢືນ​ວ່າ: 70 ປີ​ຜ່ານ​ມາ, ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສືບ​ທອດ​ມູນ​ເຊື້ອ​ຕີ​ສັດ​ຕູ​ປົກ​​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ລຸ້ນ​ພໍ່​ລຸ້ນ​ອ້າຍ​ຢ່າງ​ດີ​ເດັ່ນ, ຍາດ​ໄດ້​ໄຊ​ຊະ​ນະສົມ​ບູນ​ໃນ​ບັນ​ດາ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ໃນ​ຊຸມ​ວັນ​ນີ້, ກອ​ງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ສືບ​ຕໍ່​ແມ່ນ​ກຳ​ລັງ​ແກ່ນ​ສານ​ໃນ​ພື້ນ​ຖານ​ປ້ອງ​ກັນ​ປະ​ເທດ​ທົ່ວ​ປວງ​ຊົນ, ກຽມ​ພ້ອມ​ປົກ​ປັກ​ຮັກ​ສາປະ​ເທດ​ຊາດ ແລະ ປະ​ຊາ​ຊົນ​ຕໍ່​ທຸກໆ​ໄພ​ອັນ​ຕະ​ລາຍ, ການ​ທ້າ​ທາຍ, ພ້ອມ​ທັງ​ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ ແລະ ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແທງ​ເຊີນ ແລ​້ວ, 70 ປີ​ຜ່ານ​ມາ, ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ​ຂອງ​ເພື່ອນ​ມິດ​ສາ​ກົນ, ພິ​ເສດ​ແມ່ນກອງ​ທັບ ແລະ ປະ​ຊາ​ຊົນ ໂຊວຽດ ກ່ອນນີ້ ແລະ ສະ​ຫະ​ພັນ ລັດ​ເຊຍ ປະ​ຈຸ​ບັນ. ພັກ, ລັດ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໄດ້ ແລະ ຈະ​ຈົດ​ຈຳ, ຮູ້​ບູນ​ຄຸນການ​ສະ​ໜັບ​ສະ​ໜູນ, ​ການຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງນີ້​ຕະຫຼອດ​ໄປ. ປະ​ຈຸ​ບັນ, ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ແລະ ເຕັກ​ນິກ​ການ​ທະ​ຫານ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ ລັດ​ເຊຍ ພວມ​ພັດ​ທະ​ນາ​ດີ​ງາມ​ທີ່​ສຸດ, ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ.

        ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ Seoul (ສ. ເກົາຫຼີ)

 



ຂ່າວ/ບົດ​ອື່ນ