ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສິງກາໂປ,ອາບຟຣີກາໃຕ້

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ສິງກາໂປ,ອາບຟຣີກາໃຕ້ - ảnh 1
ງານ​ລ້າງ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຢູ່​ສິງ​ກາ​ໂປ
(ພາບ: Lê Hải/Vietnam+)

(vovworld) – ​ຕອນ​ບ່າ​ຍ​ວັນ​ທີ 10/12, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສິງ​ກາ​ໂປ ເຈີ່ນ​ຫາຍ​ເຫົ້າ, ເປັນ​ເຈົ້າຂອງ​ງານ​ລ້ຽງ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014). ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຈີ່ນ​ຫາຍ​ເຫົ້າ, ຢືນ​ຢັນ​ວ່າ: 70 ປີ​ຜ່ານ​ມາ, ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ອັນສັກ​ກະ​ລະ​ບູ​ຊາ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ຍາດ​ເອົາ​ເອ​ກະ​ລາດ, ປົດ​ປ່ອຍ​ຊາດ ແລະ ໂຮມ​ປະ​ເທດ​ເປັ​ນ​ເອ​ກະ​ພາບ​ຜ່ານ​ໄລ​ຍະ​ສົ່ງ​ຄາມ​ຄັ້ງ​ຕ່າງໆ ແລະ ປະ​ຈຸ​ບັນ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະ​ຄອນຫຼວງ Pretoria, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາບ​ຟ​ຣີ​ກາ​ໃຕ້ ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ພົນ​ວາ​ທີ Thafeni, ສະ​ແດງ​ຄວາມ​ນັບ​ຖື​ນ້ຳ​ໃຈ​ອົງ​​ອາດ​ກະຫານ ແລະ ບັນ​ດາ​​ວິ​ລະ​ກຳອັນ​ສະ​ຫງ່າ​ອົງ​ອາດເຊິ່ງກອງ​ທັບພ້ອມ​ກັບ​ປະ​ຊາ​ຊົນ ຫວຽດ​ນາມ ຍາດ​ມາໄດ້​ໃນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​​ໃນ​ເມື່ອກ່ອນ, ຖືນີ້​ແມ່ນ​ແບບ​ຢ່າງ ແລະ ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ ສຳ​ລັບ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ ອາບ​ຟ​ຣີ​ກາ​ໃຕ້ ແລະ ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ານ​ລະ​ບອບ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ເພື່ອ​ພາ​ລະ​ກິດ​ປົດ​ປ່ອຍ​ຊາດ.

        ພົນ​ວາ​ທີ Thafeni ຢັ້ງ​ຢືນ​ວ່າ: ກອງ​ທັບ​ ອາບ​ຟ​ຣີ​ກາ ໃຕ້ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ​້​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ກອງ​ທັບ​ປະ​ຊາ​ຊົນ​ ຫວຽດ​ນາມ, ໃນ​ນັ້ນ​ມີ​ຂົງ​ເຂດ​ຮ່ວມ​ມື​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ, ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ປ້ອງ​ກັນ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ກາ​ນ​ຮ່ວມ​ມື​ທີ່​ເປັນ​ມູ​ນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ