ສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ

ສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດ - ảnh 1
ການນຳພັກ, ລັດ ຫວຽດນາມ ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ
(ພາບ:Thong Nhat - TTXVN)

(vovworld) -  ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ (6/1/1946 – 6/1/2016), ຕອນ​ເຊົ້າ​ວັນ​ທີ 6/1, ຄະນະ​ຜູ້​ແທນ​ການ​ນຳ​ພັກ, ລັດ ​ແລະ ຜູ້ຕາງໜ້າ​ສະມາຊິກ​ສະພ​າ​ແຫ່ງ​ຊາດ​ ຫວຽດນາມ ລຸ້ນຕ່າງໆ​ໄດ້​ເຂົ້າ​ຄຳນັບສຸ​ສານ ປະທານ​ໂຮ່ຈີ​ມິນ.

        ​ແລະ​ກໍ່​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ແຫ​່ງຊາດ ຫວຽດນາມ, ໜັງສືພິມ ກວນ​​ໂດ້ຍ​ເຍີນ​ເຢິນ (ກະບອກ​ສຽງ​ຂອງ​ກອງທັບ​ປະ​ຊາ​ຊົນ ຫວຽດນາມ) ສະບັບ​ອອກ​ວັນ​ທີ 6/1 ​ດ້ວຍ​ຫົວ​ຂໍ້ມີ​ບົດ​ນຳ “​ເຫດການ​ສຳຄັນ​ຍິ່ງ, ຂີດ​ໝາຍສະຕະວັດ”. ບົດ​ນຳ​ຢັ້ງຢືນ​ວ່າ: ​ໄຊຊະນະ​ຂອງ​ການ​ເລື​ອກຕັ້ງ​ທົ່ວ​ປະ​ເທດຄັ້ງ​ທຳ​ອິດ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກ່ອນ​ນີ້ 70 ປີ​ແມ່ນ​ຂີດ​ໝາຍ​​​ບາດ​ກ້າວ​ເຕີບ​​ໃຫຍ່​ຂອງ​ລັດ​ປະຕິວັດ ຫວຽດນາມ, ​ອັນ​ໄດ້ເປີດ​ໄລຍະ​ໃໝ່, ​ໄລຍະ​ປະ​ເທດ​ ຫວຽດນາມ ມີ​ສະພາ​ແຫ່ງ​ຊາດ, ລັດຖະບານ​ເປັນ​ເອກະ​ພາບ, ມີ​ລັດຖະທຳ​ມະນູນ​ກ້າ​ວໜ້າ ​ແລະ ລະບົບ​ອຳນາດ​ການ​ປົກຄອງ​ດ້ວຍ​ຖານະ​ດ້ານ​ກົດໝາຍຢ່າງ​ຄົບຖ້ວນ.

        ​ໃນຄວາມ​ຊົງ​ຈຳ​ຂອງບັນດາ​ຜູ້​ອາຍຸ​ສູງ​ຢູ່​ອຽນ​ບ໋າ​ຍ, ​ຈຸດ​ເວລາ​ປະຫວັດສາດ​ຂອງ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດກ່ອນ​ນີ້ 70 ປີ​ຄື​​ຫາ​ກໍ່​ຖືກ​ດຳ​ເນີນ​ໄປ​ໃນ​ມໍ່ໆ​ມາ​ນີ້. ຮູບ​ພາບ​ເປັນຄັ້ງ​ທຳ​ອິດ​​ໄປ​ປ່ອນ​ບັດ​ເລືອ​ກຕັ້ງ​ກ່ອນ​ນີ້ 70 ປີ​ບໍ່​ມີ​ວັນ​ຈະ​ຈາງ​ຫາຍ​ໄປ​ໃນ​ຄວາມ​ຊົງ​ຈຳ​ຂອງ​ທ່ານ ຟ້າ​ມຕີ໋ງ, ຢູ່ນະຄອນ ອຽນ​ບ໋າ​ຍ:

        “ປະຊາຊົນ​ຢູ່​ບ້ານ​ຂ້າພະ​ເຈົ້າ, ທັງ​​ໄວໜຸ່ມ, ທັງຜູ້​ເຖົ້າ, ທັງ​ຍິງ​, ທັງ​ຊາຍ​​ໃຜໆ​ກໍ່​ເບີກບານ​ມ່ວນ​ຊື່ນ​ຍ້ອນ​ວ່າ​​ໂດຍ​ເລີ່​ມຈາກ​ປະຊາຊົນ​ຂອງ​ປະ​ເທດ​ຖືກ​ຮຸກ​ຮານ ​ປະຈຸ​ບັນໄດ້​​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​. ສຳລັບ​ຂ້າພະ​ເຈົ້າ​ເອງ, ​ເມື່ອ​​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ກໍ່ມີ​ຄວາມ​ຕື້ນ​ຕັນ​ໃຈ​ຫຼາຍ, ຜ່ານການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ 13 ​ເທື່ອ​ແລ້ວ​, ​ຂ້າພະ​ເຈົ້າ​​ເຫັນ​ວ່າ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດ​ເມື່ອວັນ​ທີ 6/1/1946 ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າ​ຕື້ນ​ຕັນ​ໃຈ​ທີ່​ສຸດ”

ຂ່າວ/ບົດ​ອື່ນ