ສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ 2/9 ຢູ່ ອົດຕາລີ ແລະ ຈີນ

ສະເຫຼີມສະຫຼອງວັນສະຖາປະນາປະເທດຫວຽດນາມ 2/9 ຢູ່ ອົດຕາລີ ແລະ ຈີນ - ảnh 1
(ພາບປະກອບ)

(vovworld)-​​​ ວັນ​ທີ 28/8, ກົງ​ສູນ​ໃຫຍ່ຫວຽດ​ນາມ ປະ​ຈຳ Sydney ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​​ສະ​ຖາ​ປະ​ນາແຫ່ງ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2/9/1945-2/9/2014) ຄົບ​ຮອບ 69 ປີ. ທີ່​ພິ​ທີ, ທ່ານ​​ຫົວ​ໜ້າກົງ​ສູນ​ໃຫຍ່ ມາຍ​ເຟືອກ​ຢຸງ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​​ອັນ​ໃຫຍ່ຫຼວງຊຶ່ງ​ປະ​ຊາ​ຊົນ​ຫວຽດ​ນາມ ​ບັນ​ລຸ​ໄດ້​ໃນ​ຕະຫຼອດ 69 ປີ​ຜ່ານ​ມາ, ກໍ່​​ຄືທົບ​ທວນ​ຄືນ​ບັນ​ດາຂີດ​ໝາຍ​ແຫ່ງການ​ພົວ​ພັນ​ຮ່ວມ​ມືລະ​ຫວ່າງ​ຫວຽດ​ນາມ ແລະ ອົດ​ຕາ​ລີ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາລັດ New South Adrian ​ໄດ້ອວຍ​ພອນ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ​ 69 ປີແຫ່ງວັນ​​ສະ​ຖາ​ປະ​ນາ​ຫວຽດ​ນາມ, ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ​ໃນ 41 ປີ​ຜ່ານ​ມາຈະສືບ​ຕໍ່​ບັນ​ລຸ​​ໄດ້ຜົນ​ສຳ​ເລັດຫຼາຍ​ຢ່າງ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ແລະ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ກົງ​ສູນ​ໃຫຍ່ ຫວຽດ​ນາມ ​ປະ​ຈຳ ​ກວາງ​​ເຈົາ ປະ​ເທດ​ຈີນ ໄດ້​ຈັດ​ຕັ້ງ​​ພິ​ທີສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​​ສະ​ຖາ​ປະ​ນາ​ປະ​ເທດຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​​ຫົວ​ໜ້າກົງ​ສູນ​ໃຫຍ່ ຫງວຽນ​ຕ໋ຽນ​ຮົ່ງ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ເຫດ​ການ​ທີ່​ໃຫຍ່ຫຼວງ​ໃນ​ການ​ພົວ​ພັນ ຫວຽດ​ນາມ ແລະ ຈີນ ເວົ້າ​ລວມ, ຫວຽດ​ນາມ ແລະ ກວາງ​​​​ເຈົາ ເວົ້າ​ສະ​ເພາະ. ສ່ວນທ່ານ​ອຸ​ຈີນ ຮອງເລ​ຂາ​ທິ​ການ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ​ແຂວງ ກວາງ​ຕຸ້ງ, ຢັ້ງ​ຢືນ​ວ່າ: ຈີນ ແລະ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມມື, ​ຮ່ວມມ​ື ແລະ ບ້ານ​ໃກ້​ເຮືອນ​ຄຽງ​​ທີ່ສຳ​ຄັນຂອງ​ກັນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ກວາງ​​ຕຸ້ງ ຈະ​ພ້ອ​ມ​​ກັບ​ບັນ​ດາ​ທ້ອງ​ຖິ່ນຂອງ​ຫວຽດ​ນາມ​ ເພີ່​ມ​ທະ​ວີ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື, ພົບ​ປ​ະແລກ​ປ່ຽນ​ໃນ​ທຸກ​ຂົງ​ເຂດ, ​​ແລະ ພ້ອມ​ກັນ​​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ