ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ: ຍ້ອງຍໍບັນດາພະນັກງານຊາວໜຸ່ມດີເດັ່ນ

(VOVWORLD) -ຄະນະຊາວໜຸ່ມຮ່າໂນ້ຍ ໄດ້ຈັດພິທີຍ້ອງຍໍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍ ປີ 2019 ຈຳນວນ 352 ຄົນໄດ້ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ
ສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ: ຍ້ອງຍໍບັນດາພະນັກງານຊາວໜຸ່ມດີເດັ່ນ - ảnh 1(ຍ້ອງຍໍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍ ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ)

ຕອນບ່າຍວັນທີ 25 ມີນາ, ຄະນະຊາວໜຸ່ມຮ່າໂນ້ຍ ໄດ້ຈັດພິທີຍ້ອງຍໍຊາວໜຸ່ມດີເດັ່ນນະຄອນຫຼວງຮ່າໂນ້ຍ ປີ 2019 352 ຄົນໄດ້ປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈິມິນ ໃນບັນດາຂົງເຂດຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, startup; ການອອກແຮງງານ, ທຳການຜະລິດ, ດຳເນີນທຸລະກິດ; ປົກປັກຮັກສາປະເທດຊາດ; ການເຄື່ອນໄຫວອາສາສະໝັກ, ວັດທະນະທຳ, ສິລະປະ, ກິລາ…

        ຕອນຄ່ຳວັນທີ 25 ມີນາ, ຄະນະຊາວໜຸ່ມດ່ານັ້ງ ໄດ້ຈັດພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງຊາວໜຸ່ມກອມມູນິດໂຮ່ຈິມິນ (26 ມີນາ 1931 – 26 ມີນາ 2019) ແລະ ຍ້ອງຍໍພະນັກງານຊາວໜຸ່ມດີເດັ່ນ 34 ຄົນ. ຢູ່ທີ່ນີ້, ອ້າຍ ຫງວຽນແມ້ງຮຸ່ງ, ຮອງເລຂາຄະນະຊາວໜຸ່ມນະຄອນດ່ານັ້ງ, ຖືວ່າ: ຄະນະຊາວໜຸ່ມທຸກຂັ້ນ, ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນທົ່ວນະຄອນ ຈະເສີມຂະຫຍາຍຈິດໃຈສາມັກຄີ, ປະດິດຄິດສ້າງ, ຊອກຫາບັນດາມາດຕະການແກ້ໄຂໃໝ່ເພື່ອຊຸກຍູ້ບັນດາຂະບວນການ; ບັນດາວິທີການເຄື່ອນໄຫວຕ້ອງມີຄວາມເປັນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີບາດກ້າວບຸກທະລຸ, ຕິດພັນກັບການພັດທະນາຂອງນະຄອນ ແລະ ຂອງປະເທດຊາດໃນສະພາບການໃໝ່.

        “ຄະນະຊາວໜຸ່ມນະຄອນດ່ານັ້ງ ຈັດລາຍການສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ມອບລາງວັນ 26/3 ໃຫ້ບັນດາພະນັກງານຊາວໜຸ່ມ ທີ່ມີບັນດາຜົນງານດີເດັ່ນໃນວຽກງານການສຶກສາສຳລັບຊາວໜຸ່ມ, ສະມາຊິກຄະນະຊາວໜຸ່ມ, ຂະບວນການອາສາສະໝັກ, ຂະບວນການປະຈັນບານປົກປັກຮັກສາປະເທດຊາດ… ການຍ້ອງຍໍແບບຢ່າງດັ່ງກ່າວແມ່ນເພື່ອແນໃສ່ຄວາມຫວັງວ່າ ພວກເພື່ອນຈະສືບຕໍ່ເສີມຂະຫຍາຍບັນດາຜົນງານເຊິ່ງພວກເພື່ອນໄດ້ປະຕິບັດໃນໄລຍະຜ່ານມາ”.

        ແລະກໍ່ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງເບນແຈ, ແຂວງເຮົ້າຢາງ, ມະຫາວິທະຍາໄລ່ ກຸຍເຍີນ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງ 88 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ຍ້ອງຍໍບັນດາຊາວໜຸ່ມດີເດັ່ນປີ 2019 ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ