ສະເຫຼີມສະຫຼອງວັນອາຊຽນຄັ້ງທີ49ຢູ່ອາຟຣິກກາໃຕ້

ສະເຫຼີມສະຫຼອງວັນອາຊຽນຄັ້ງທີ49ຢູ່ອາຟຣິກກາໃຕ້ - ảnh 1
ສະເຫຼີມສະຫຼອງວັນ ອາຊຽນ ຄັ້ງທີ49ຢູ່ອາຟຣິກກາໃຕ້
(ພາບ: ສະຖານທູດ)

(vovworld)- ໃນ​ວັນ​ທີ 4/8, ຢູ່​ນະ​ຄອນຫຼວງ Pretoria, ສະ​ທາ​ລະ​ນະ​ລັດ​ອາ​ຟ​ຣິກ​ກາ​ໃຕ້, ຄະ​ນະ​ກຳ​ມະ​ການ​ບັນ​ດາ​ປະ​ເທດ​ອາ​ຊຽນ ປະ​ຈຳ Pretoria (APC) ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ສະ​ມາ​ຄົມປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຄົບ​ຮອບ 49 ປີ. ພິ​ທີ​ສະ​ເຫຼີ​ມ​ສະຫຼອງ ​ໄດ້​ຈັດ​ຂື້ນດ້ວຍ​ການ​ສົມ​ທົບ ​ຂອງສະ​ຖານ​ທູດ 7 ​ປະ​ເທດ​ອາ​ຊຽນ ທີ່​ມີ​ສຳ​ນັກ​ງານ​ ຢູ່ອາ​ຟ​ຣິກ​ກາ​ໃຕ້ ປະ​ກອບ​ມີ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽນ​ມາ, ຟິ​ລີບ​ປິນ, ສິງ​ກະ​ໂປ ແລະ ໄທ. ທີ່​ພິ​ທີ, ຕາງ​ໜ້າ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດອາ​ຊຽນ, ທ່ານ ພອນ​ໄຊ ດ່ານ​ວິ​ວັດ​ທະ​ນາ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ປັດ​ຈຸ​ບັນ​​ດຳ​ລົງ​ຕຳ​ແໜ່ງ ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ APC ​​ໄດ້ທົບ​ທວນ​ຄືນວິ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ ຂອງ​ອາ​ຊຽນ ໃນ 5 ທົດ​ສະ​ວັດຜ່ານ​ມາ ດ້ວຍ​ຜົນ​ງານ​ທີ່​ໜ້າ​​ປະ​ທັບ​ໃຈຫຼາຍ​ຢ່າງ. ປະ​ທານ APC ເນັ້ນ​ໜັກວ່າ: ອາ​ຊຽນ ​ຍາມ​ໃດ​ກໍ່ຢັ້ງ​ຢືນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດໃຈກາງ​ຂອງ​ຕົນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຢູ່​ພາກ​ພື້ນ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວ​ັນ​ອອກ, ຜ່ານ​ບັນ​ດາ​ມາດ​ຕະ​ການ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ. ກ່ຽວ​ກັບ​ເສດ​ຖະ​ກິດ​ກາ​ນ​ຄ້າ, ປະ​ທານ APC ຊີ້​ແຈ້ງ​ວ່າ: ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ໃນທ້າຍ​ປີ 2015 ເປັນ​ຂີດໝາຍ​ທີ່​ສຳ​ຄັນ ກ່ຽວ​ກັບ​ການ​ຮ່ວມ​ສຳ​ພັນ​ພາກ​ພື້ນ, ສະ​ແດງ​ໃຫ້​ເຫັນຄຳ​ໝັ້ນ​ສັນ​ຍາ​ຂອງ​ອາ​ຊຽນ ໃນ​ການສ້າງ​ຕະຫຼາດ​ເປັນ​ເອກ​ະ​ພາບ​ດ້ວນ​ຈຳ​ນວນ​ພົນ​ລະ​ເມືອງ ກວ່າ 620 ລ້ານ​ຄົນ, ເພື່ອ​ແນ​ໃສ່​ຍົກ​ສູງ​ລັກ​ສະ​ນະ​ແກ່ງ​ແຍ້ງ ແລະ ຊຸກ​ຍູ້​ການ​ຮ່ວມ​ມືພາຍ​ໃນ​ກຸ່ມ ແລະ ບັນ​ດາ​ຄູ່​ຮ່ວມ​ມື, ພາກ​ພື້ນ​ພາຍນ​ອກ.

ຂ່າວ/ບົດ​ອື່ນ