ສະເຫລີມສະຫລອງ "60 ປີແຫ່ງວັນອອກອາກາດລາຍການດົນຕີອະນຸຊົນຜ່ານຄື້ນຂອງ ວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58 ກວານຊື ຮ່າໂນ້ຍ,  ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດຕັ້ງ ລາຍການພິເສດ ສະເຫລີມສະຫລອງ 60 ປີແຫ່ງວັນອອກອາກາດລາຍການດົນຕີອະນຸຊົນຜ່ານຄື້ນ VOV ແລະ 60 ປີແຫ່ງວັນສ້າງຕັ້ງກອງສິລະປະອະນຸຊົນ VOV. 
ສະເຫລີມສະຫລອງ  ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOVມອບໃບຍ້ອງຍໍໃຫ້ພະແນກລາຍການດົນຕີອະນຸຊົນ

ກ່າວຄຳເຫັນນະພິທີ, ທ່ານ ຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ: ໃນ 60 ປີຜ່ານມາ, ຈາກລາຍການດົນຕີທີ່ໄດ້ອອກອາກາດໃນເວລາ 15 ນາທີ່ໃນແຕ່ລະມື້, ປະຈຸບັນ ໄດ້ກາຍເປັນລາຍການທີ່ເປັນຫລາຍຮູບແບບ ດ້ວຍຫລາຍເນື້ອໃນເໝາະສົມກັບເຍົາໄວ ແລະ ຄວາມຕ້ອງການຂອງບັນດານ້ອງນ້ອຍອະນຸຊົນ, ເຍົາວະຊົນ.

        “ລຸ້ນອະນຸຊົນໃນຄາວນັ້ນ, ໃນປະຈຸບັນ ແລະ ພວກເຮົາທັງໝົດ ບໍ່ສາມາດຫລົງລືມບັນດາຜູ້ຈັດຕັ້ງລາຍການດົນຕີອະນຸຊົນທຳອິດນັ້ນ. ການສະເຫລີມສະຫລອງໃນມື້ນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາປຸກລຸກຄວາມເອກອ້າງທະນົງໃຈອັນໃຫຍ່ຫລວງ ກ່ຽວກັບມູນເຊື້ອຂອງປະເທດຊາດ, ຂອງຄົນລຸ້ນກ່ອນ ເພື່ອສືບຕໍ່ເດີນຕາມເສັ້ນທາງຊື່ງບັນດານັກດົນຕີ, ນັກຮ້ອງ, ນັກສິລະປິນອາຍຸສູງ, ອາຍຸນ້ອຍ ໄດ້ກໍ່ຕັ້ງ ແລະ ເພີ່ມພູນ ຄູນສ້າງ”

ຕອບກັບ

ຂ່າວ/ບົດ​ອື່ນ