ສະເຫລີມສະຫລອງ40ປີແຫ່ງວັນໄຊຊະນະປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຫວຽດນາມແລະ​ລະ​ບອບດັບສູນເຊື້ອຊາດ PolPot

(VOVWORLD) -ຕອນເຊົ້າວັນທີ 1 ມັງກອນ ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີສະເຫລີມສະຫລອງ 40 ປີແຫ່ງວັນ ໄຊຊະນະປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຫວຽດນາມ ແລະ ພ້ອມກັບປະຊາຊົນກຳປູເຈຍ ໄຊຊະນະລະບອບດັບສູນເຊື້ອຊາດPolPot (07/01/1979-07/01/2019). 
ສະເຫລີມສະຫລອງ40ປີແຫ່ງວັນໄຊຊະນະປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຫວຽດນາມແລະ​ລະ​ບອບດັບສູນເຊື້ອຊາດ PolPot - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານ Tep Ngorn ຮອງປະທານສະພາສູງ ລາຊະອານາຈັກ ກຳປູເຈຍ 

ເຂົ້າຮ່ວມພິທີ ມີທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ບັນດາອະດີດການນຳພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໂດຍທ່ານ Tep Ngorn ຮອງປະທານສະພາສູງ ລາຊະອານາຈັກ ກຳປູເຈຍ ນຳຫນ້າ.

 ກ່າວຄຳເຫັນໄຂພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ເຫດການໃນມື້ນີ້ແມ່ນມີຄວາມໝາຍປະຫວັດສາດຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ - ກຳປູເຈຍ, ແມ່ນໂອກາດເພື່ອໃຫ້ສອງປະເທດພ້ອມກັນທົບທວນຄືນປະຫວັດແຫ່ງການພົວພັນສາມັກຄີ, ຮຽງບ່າຮຽງໄຫລ່ລະຫວ່າງສອງປະເທດ, ສອງຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

“ໄຊຊະນະຄັ້ງປະຫວັດສາດໃນວັນທີ 7 ມັງກອນປີ 1979 ແມ່ນໄຊຊະນະລວມຂອງປະຊາຊົນ ຫວຽດນາມ ແລະ ກຳປູເຈຍ ກໍ່ຄືຂອງມວນມະນຸດທີ່ກ້າວຫນ້າໃນທົ່ວໂລກ. ສຳລັບ ຫວຽດນາມ ໄຊຊະນະໃນການຕໍ່ສູ້ປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຫວຽດນາມເປັນການຢັ້ງຢືນຄວາມອົງອາດກ້າຫານຂອງປະຊາຊົນຫວຽດນາມ ພ້ອມທັງສະແດງໃຫ້ເຫັນຈິດໃຈສາກົນອັນສູງສົ່ງ, ການພົວພັນບ້ານໃກ້ເຮືອນຄຽງຖານອ້າຍນ້ອງທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ ຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ກັບປະຊາຊົນ ກຳປູເຈຍ. ໄຊຊະນະວັນທີ 7 ມັງກອນປີ 1979 ໄດ້ລົບລ້າງລະບອບດັບສູນເຊື້ອຊາດ, ຟື້ນຟູ ປະເທດກຳປູເຈຍ , ເປີດສັງກາດໃຫມ່, ພັດທະນາໃນເອກະລາດ, ເສລິພາບ, ສັນຕິພາບ, ເປັນກາງ ແລະ ວັດທະນາຖາວອນ.”

ສະເຫລີມສະຫລອງ40ປີແຫ່ງວັນໄຊຊະນະປົກປັກຮັກສາຊາຍແດນທາງທິດຕາເວັນຕົກພາກໃຕ້ຫວຽດນາມແລະ​ລະ​ບອບດັບສູນເຊື້ອຊາດ PolPot - ảnh 2ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ 

        ຕາງຫນ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນ ກຳປູເຈຍ, ທ່ານ Tep Ngorn ຮອງປະທານສະພາສູງ ກຳປູເຈຍ ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ແນວໂຮມ, ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ມີການເສຍສະຫລະອັນໃຫຍ່ຫລວງເພື່ອປົດປ່ອຍ, ກູ້ເອົາຊີວິດຂອງປະຊາຊົນ ກຳປູເຈຍ ຫລຸດພົ້ນອອກຈາກວິນາດສະກຳອັນໂຫດຮ້າຍກ່ອນນີ້ ກໍ່ຄື ການສະຫນັບສະຫນູນ ແລະ ການຊ່ວຍເຫລືອຂອງຫວຽດນາມ ປະກອບສ່ວນເຮັດໃຫ້ປະເທດກຳປູເຈຍ ພັດທະນາ ແລະ ເອກະພາບໃນວັນນີ້. ທ່ານ Tep Ngorn ເນັ້ນຫນັກວ່າ ການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ໝັ້ນຄົງ ເປັນຕົ້ນໃນໄລຍະປະຈຸບັນ.

ການພົວພັນສອງຝ່າຍບັນລຸໄດ້ໝາກຜົນອັນດີງາມໃນຫລາຍຂົງເຂດ ນັບແຕ່ການເມືອງ, ການທະຫານຕະຫລອດຮອດເສດຖະກິດ, ສັງຄົມ, ວັດທະນະທຳ, ວິທະຍາສາດ. ການພົວພັນດ້ານການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງສອງປະເທດນັບມື້ນັບໄດ້ຮັບການຊຸກຍູ້, ມາດຕະການແກ້ໄຂບັນດາບັນຫາຊາຍແດນມີບາດກ້າວພັດທະນາຢ່າງແຮງ.”

ທ່ານ Tep Ngorn ຢືນຢັນວ່າ ປະຊາຊົນສອງປະເທດຫວຽດນາມ ແລະ ກຳປູເຈຍ ແມ່ນບັນດາເພື່ອນມິດດີ, ອ້າຍນ້ອງທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ແມ່ນຄູ່ຮ່ວມມືທີ່ດີ.

ຕອບກັບ

ຂ່າວ/ບົດ​ອື່ນ