ສະເຫລີມສະຫລອງ60ປີແຫ່ງວັນສ້າງຕັ້ງຂະແຫນງຄຸ້ມຄອງລັດກ່ຽວກັບສາສະຫນາ

 ສະເຫລີມສະຫລອງ60ປີແຫ່ງວັນສ້າງຕັ້ງຂະແຫນງຄຸ້ມຄອງລັດກ່ຽວກັບສາສະຫນາ - ảnh 1
ພາບ​ປະ​ກອບ:internet

(vovworld)-​ວັນ​ທີ 28/7, ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຂະ​ແຫນງ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສາ​ສະ​ຫນາ (2/8/1955-2/8/2015). ນະ​ທີ່​ນີ້ ທ່ານ​ ເຢືອງ​ກວກ​ຊວນ, ຮອງ​ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຢືນ​ຢັນ​ວ່າ: ສະ​ພາບ​ການ​ສາ​ສະ​ຫນາ​ໃນ​ບໍ​ລິ​ເວນ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ແມ່ນ​ປົກ​ກະ​ຕິ​ພໍ​ສົມ​ຄວນ. ບັນ​ດາ​ອົງ​ການ​ສາ​ສະ​ຫນາ​ລ້ວນ​ແຕ່​ປະ​ຕິ​ບັດ​ຖືກ​ຕ້ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ, ກົດ​ລະ​ບຽບ​ຂອງ​ສະ​ມາ​ຄົມ​ສາ​ສະ​ຫນາ ແລະ ກົດ​ໝາຍ​ຂອງ​ລັດ. ບັນ​ດາ​ງານ​ບຸນ​ຂອງ​ສາ​ສະ​ຫນາ​ຕ່າງໆ​ລ້ວນ​ແຕ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສົມ​ກຽດ. ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫລອງ ກໍ​ເນັ້ນ​ຫນັກ​ວ່າ: ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ ປະ​ຕິ​ບັດ​ນະ​ໂຍ​ບາຍ​ສາ​ສະ​ຫນາ​ຂອງ​ພັກ ແລະ ລັດ​ເປັນ​ຢ່າງ​ດີ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ອົງ​ການ​ສາ​ສະ​ຫນາ​ເຄື່ອນ​ໄຫວ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.

 

 

 

 

ຂ່າວ/ບົດ​ອື່ນ