ສະເໜີຕົວປື້ມຄູ່ມືກ່ຽວກັບຕະຫຼາດຫວຽດນາມຢູ່ສ.ເຊັກໂກ

ສະເໜີຕົວປື້ມຄູ່ມືກ່ຽວກັບຕະຫຼາດຫວຽດນາມຢູ່ສ.ເຊັກໂກ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈ​ຳ​ສ.ເຊັກ​ໂກ ເຈືອງ​ແມ້ງ​ເຊີນ 
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 23/03, ຢູ່ Praha, ສະ​ຖານ​ທູດ​ຫວຽ​ດ​ນາມ ໄດ້​ຈັດ​ພິ​ທີ​ແນ​ະ​ນຳ​ປື້ມ​​ຄູ່​ມືກ່ຽວ​ກັບ​ຕະ​ຫຼາດ​ຫວຽດ​ນາມ ດ້ວຍ​ພາ​ສາ​ເຊັກ​ໂກ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ແນະ​ນຳ​ປື້ມຄູ່​ມື, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈ​ຳ​ສ.ເຊັກ​ໂກ ເຈືອງ​ແມ້ງ​ເຊີນ ເນັ້ນ​ໜັກ​ວ່າ: ເພື່ອ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ 2 ຝ່າຍ, ພິ​ເສດ​ແມ່ນ​ຮຽ​ກ​ຮ້ອງ​​ໃຫ​້ບັນ​ດາ​ວິ​ສາ​ຫະ​ກິ​ດ​ເຊັກ​ໂກ ​ເຂົ້າ​ມ​າລົງ​ທຶນ​ຢູ່ຫວຽດ​ນາມ, ສະ​ຖານ​ທູດ​ຫວຽດ​ນາມ ໄດ້​ກຳ​ນົດ​ເວາ ປີ 2017 ສືບ​ຕໍ່​ແມ່ນ “ປີ​ເຄື່ອນ​ໄຫວ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ”. ເລື່ອງ​ແນະ​ນຳ​ປື້ມ​ຄູ່​ມືກ່ຽວ​ກັບ​ຕະ​ຫຼາດ​ຫວຽດ​ນາມ ​ດ້ວຍ​ພາ​ສາ​ເຊັກ​ໂກ ແລະ ປື້ມ​ພາ​ສາ​ຫວຽດ​ ແນະ​ນຳ​ກ່ຽວ​ກັບ​ຕະ​ຫຼາດ​ເຊັກ​ໂກ ແມ່ນນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ດ້ານ​ການ​ຕ່າງ​ປະ​ເທດ ເພື່​ອ​ຮັບ​ໃຊ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

        “ຜ່ານ​ປື້ມ 2 ເ​ຫຼັ້ມ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​​ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ຕົວ​ຢ່າງ​ຄື​ຄວາມ​ສາ​ມາດ​ບົ່ມ​ຊ້ອ​ນ​ໃນ​ການ​ນຳ​​ເອົາບັນ​ດາ​ຜະ​ລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ເຊັກ​ໂກ ເຂົ້າ​ຫວຽດ​ນ​າມ, ກໍ່​ຄ​ື​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ ຄື: ຜັກ, ໝາກ​ໄມ້, ກາ​ເຟ, ເຂົ້າ​ສານ, ສິນ​ໃນ​ນ້ຳ ເຂົ້າ​ເຊັກ​ໂກ. ຈາກນັ້ນ, ມັນ​ຈະ​​ຊ່ວຍ​ໃຫ​້​ວິ​ສາ​ຫະ​ກິດ 2 ປະ​ເທດ​ມີ​ການ​​ເລືອກ​​ເຟັ້ນຢ່າງ​ຖືກ​ຕ້ອງ​ໃນ​ການ​ແລກ​ປ່ຽນ​ການ​ຄ້າ ແລະ ການ​ລົງ​ທຶນ​ຂອງ​ຕົນ”.


ຂ່າວ/ບົດ​ອື່ນ