ສະເໜີປື້ມສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ສະເໜີປື້ມສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ການ​ປະ​ຊຸມ​ຂ່າວ​ສະ​ເໜີ​ປື້ມ
(ພາບ: Ngoc Anh)

(vovworld) - ​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014), ໂຮງ​ພິມ​ຈຳ​ໜ່າຍ ເຕີນ​ຫວຽດ ສົມ​ທົບ​ກັບ​ສູນ​ແປ​ພາ​ສາ, ບໍ​ລິ​ການ​ວັດ​ທະ​ນະ​ທຳ ແລະ ວິ​ທ​ະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແນະ​ນຳ​ເຖິງ​ຜູ້​ອ່ານ​ປື້ມ​ປະ​ຫວັດ​ສາດ 3 ຫົວ. ນັ້ນ​ແມ່ນ “ຫວໍ​ງວຽນ​ຢາບ - ພົນ​ເອກ​ຂອງ​ປະ​ຊາ​ຊົນ”, “ບັນ​ດາ​ນາຍ​ພົນ​ທີ່​​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ” ແລະ “ການ​ສູ້​ຮົບ​ເທິງ​ນານ​ຟ້າ ຫວຽດ​ນາມ (1965 – 1975) ສັງ​ເກດ​ຈາກ 2 ຝ່າຍ”.

        ໃນ​ປື້ມ “ຫວໍ​ງວຽນ​ຢາບ - ພົນ​ເອກ​ຂອງ​ປະ​ຊາ​ຊົນ”, ໄດ້​​ລວບ​ລວມ​ຊີ​ວິດ, ພາ​ລະ​ກິດ, ​ກຽດ​ຕິ​ສັກຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ, ນັກ​ວິ​ລະ​ຊົນ​ຂອງ​ຊາດ ຫວຽດ​ນາມ, ເຊິ່ງ​ແມ່ນ​ລູກ​ສິດ​ຜູ້​ດີ​ເດັ່ນ​ຂອງ​ປະ​ທານ ໂຮ່​ຈີ​ມິນ. ດ​ຣ ຫງວຽນ​ຮ່​ວາງ​ຮຽບ, ຜູ້​ອຳ​ນວຍ​ການ​ສູນ​ແປ​ພາ​ສາ, ບໍ​ລິ​ການ​ວັດ​ທະ​ນະ​ທຳ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ໃຫ້​ຮູ້​ວ່າ:

        “ປື້ມ​ຫົວ​ນີ້ແຕກ​ຕ່າງ​ກັນ​ກັບ​ປື້ມ​ຫົວ​ອື່ນໆ​ແມ່ນ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ແປ​ບັນ​ດາ​ບົດ​ໜັງ​ສື​ພິມ​​ໂດ່ງ​ດັງຂອງ​ໂລກ, ຄັດ​ສະ​ເໜີ​ການ​ຕີ​ລາ​ຄາ, ຂໍ້​ສັງ​ເກດ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້, ນາຍ​ພົນ ແລະ ນັກ​ການ​ເມືອງຕ່າງ​ປະ​ເທດ​ກ່ຽວ​ກັບ​ພົນ​ເອກ ຫວໍ​ງວຽນ​ຢາບ ​ຢ່າງ​ພາ​ວະ​ວິ​ໄສ. ​ພິ​ເສດ, ເມື່ອ​ພົນ​ເອກ ລ່ວງ​ລັບ​ໄປ, ມີ​ອະ​ດີດ​ນັກ​ຮົບ, ​ເດັກນ້ອຍ ແລະ ຜູ້​ເຖົ້າ​ຜູ້​ແກ່​​ນັບ​ລ້ານ​ຄົນ​ໄດ​້​ໄຫວ້​ອາ​ໄລ ແລະ ເຂົ້າ​ຮ່ວມ​ການ​ສົບ​ຂອງ​ເພີ່ນ”

        ໃນ​ປື້ມ “ບັນ​ດາ​ນາຍ​ພົນ​ທີ່​​ມື​ຊື່​ສຽງໃນ​ປະ​ຫວັດ​ສາດ​ຂອງ​ຊາດ” ໄດ້​​ລວບ​ລວມ​ຊີ​ວິດ, ພາ​ລະ​ກິດ, ພາ​ລະ​ກຳ​ຂອງ​ນາຍ​ພົນ​ຜູ້​ດີ​ເດັ່ນ​, ເກັ່ງ​ກ້າ​ທີ່​ສຸດ​ຂອງ​ຫວຽດ​ນາມ 46 ທ່ານ, ໃນ​ນັ້ນ​ໄລ​ຍະ​ປະ​ຈຸ​ບັນ​ມີ 12 ທ່ານ.

        ສ່ວນ​ປື້ມ “ການ​ສູ້​ຮົບ​ເທິງ​ນານ​ຟ້າ ຫວຽດ​ນາມ (1965 – 1975) ສັງ​ເກດ​ຈາກ 2 ຝ່າຍ” ດ້ວຍຫຼາຍ​ເອ​ກະ​ສານ, ກໍ່​ຄື​ບົດ​ບັນ​ທຶກ​ຫວນຫຼັງ​ຂອງ​ບັນ​ດາ​ພະ​ນັກ​ງານ​ຜູ້​ບັນ​ຊາ​ການ, ນັກ​ບິນ​​ທີ່ເຂົ້າ​ຮ່ວມ​ການ​ສູ້​ຮົບ​ໂດຍ​ກົງ, ​ອັນ​ໄດ້ປະ​ກອບ​ສ່ວນ​​​ເຮັດ​ໃຫ້​ຜູ້​ອ່ານ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວ​ກັບ​ບັນ​ດາບັ້​ນ​ຮົບ​​ພິ​ລະ​ອາດ​ຫານ​ຂອງກອງ​ທັບ​ອາ​ກາດ ຫວຽດ​ນາມ ໃນ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ.


ຂ່າວ/ບົດ​ອື່ນ