ສະໜັບສະໜູນກອງບັນຊາການຕຳຫຼວດທະເລ ແລະ ກົມກວດກາ ການປະມົງເກືອບ 1,3 ຕື້ດົງ

ສະໜັບສະໜູນກອງບັນຊາການຕຳຫຼວດທະເລ ແລະ ກົມກວດກາ ການປະມົງເກືອບ 1,3 ຕື້ດົງ  - ảnh 1
ສະໜັບສະໜູນ​​​ກອງ​ບັນຊາ​ການ​ຕຳ​ຫຼວດທະ​ເລ ​
ແລະ ກົມ​ກວດກາ​ການ​ປະມົງເກືອບ 1,3 ຕື້​ດົງ ​
(ພາບ: chinhphu.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 19/12, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເບີ​ນ ​ໄດ້​ມອບ​ເງິນ 694 ລ້ານ​ດົງ​ໃຫ້​ກົມ​ກວດກາ​ການ​ປະມົງ, ກົມ​ໃຫຍ່​ສິນ​ໃນ​ນ້ຳ - ກະຊວງກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ​ແລະ ມອບ 600 ລ້ານ​ດົ່ງໜູນ​ຊ່ວຍກອງ​ບັນຊາ​ການ​ຕຳ​ຫຼວດທະ​ເລ - ກະຊວງ​ປ້ອງ​ກັນ​ປະ​ເທດ. ວຽກ​ງານ​ດັ່ງກ່າວ​​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ແນວ​ໂຮມ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ​ທົ່ວປະ​ເທດ​ເວົ້າ​ລວມ ມຸ່ງ​ໄປ​ເຖິງ​ກຳລັງ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕທະ​ເລ, ໝູ່​ເກາະ. ທ່ານ ຫງວຽນທ້ຽນ​ເຍີນ ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ກຳມະການ​ສູນ​ກາງ​ແນ​ງ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ສືບ​ຕໍ່​ຂົນຂວາຍ​ປະຊາຊົນທົ່ວ​ປະ​ເທດ​ສະໜັບສະໜູນ​ທາງ​ການ​ຈິດ​ໃຈ, ວັດຖຸ ​ເພື່ອ​ໃຫ​້ຊາວ​ປະມົງ, ກຳລັງ​ກວດກາ​ການ​ປະມົງ ອຸ່ງອ່ຽນ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ໃຫ້​ແກ່​ປະ​ເທດ​ຊາດ.

        ຕາງໜ້າ​ໃຫ້ກອງ​ບັນຊາ​ການ​ຕຳ​ຫຼວດທະ​ເລ ​ແລະ ກົມ​ກວດກາ​ການ​ປະມົງຫວຽດນາມ, ກຳມະການ​ການ​ເມືອງ​ກອງ​ບັນຊາ​ການ​ຕໍ່າ​ຫຼວດທະ​ເລ​ຫວຽດນາມ​, ພົນຕີ ຫງວຽນ​ວັນ​ເຕືອງ, ຂອບ​ໃຈ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ມີ​ການ​ກະທຳ​ທີ່​ແທດ​ຈິງ​ເພື່ອ​ສະ​ໜັບ​ສະ​ໜູນ. ຈຳນວນ​ເງິນ​ດັ່ງກ່າວ, 2 ກຳລັງ​ຈະ​ນຳ​ໃຊ້​ເພື່ອ​ຊື້​ເຄື່ອງ​ອຸປະກອນ​​ໂທ​ບະຄົມ, ລົງທຶນ​ກໍ່ສ້າງລະບົບ​ນ້ຳ​ຈືດ… ຮັບ​ໃຊ້​ວຽກ​ງານ​ກຽມພ້ອມ​ສູ້​ຮົບຍາວ​ນານ​ບົນທະ​ເລ.


ຂ່າວ/ບົດ​ອື່ນ