ສະໜັບສະໜູນທ່ານ​ນາງເຈີ່ນ​ໂຕ໋ງາ​ໃນ​ການ​ຕໍ່ສູ້​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຫວຽດນາມ

ສະໜັບສະໜູນທ່ານ​ນາງເຈີ່ນ​ໂຕ໋ງາ​ໃນ​ການ​ຕໍ່ສູ້​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຫວຽດນາມ - ảnh 1
ທ່ານ​ນາງ ​ເຈີ່ນ​ໂຕ໋ງາ (ພາບ: TTXVN)


(vovworld) - ​​ ຕອນ​ບ່າຍ​ວັນ​ທີ 29/08 ຢູ່​ນະຄອນ ​ເກີນ​ເທີ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ / ດີ​ໂອ​ຊີ​ນ ນະຄອນ ​ເກີນ​ເທີ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ, ສະ​ແດງ​ຄວາມ​ສະໜັບສະໜູນ​ສຳລັບທ່ານ​ນາງ ​ເຈີ່ນ​ໂຕ໋ງາ ​ໃນ​ການ​ຕໍ່ສູ້​ເພື່ອຄວາມຍຸດຕິ​ທຳ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດນາມ. ທ່ານ​ນາງ ເຈີ່ນ​ໂຕ໋ງາ ​ເປັນ​ຊາວ ຝະລັ່ງ ​ເຊື້ອ​ຊາດ ຫວຽດນາມ ​ແມ່ນຕົວ​ພະຍາ​ມ ທີ່​ຕາງໜ້າ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດນາມ ນັບລ້ານລ້ານ​ຄົນ ​ໄດ້ຮ້ອງ​ຟ້ອງ​ຂຶ້ນ​ສານ Evry​ ສ.ຝະລັ່ງ ຮຽກຮ້ອງ​ບັນດາ​ບໍລິສັດ​ເຄມີ​ຂອງ ອາ​ເມ​ລິ​ກາ ຕ້ອງຊົ​​ດ​ເຊີຍ​ໃຫ້​ປ້າ ​ແລະ ​ຜູ້ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ນັບລ້ານລ້ານ​ຄົນ ​ໂດຍ​ກອງທັບ ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງຄາມ​ຢູ່ ຫວຽດນາມ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ນາງ ເຈີ່ນ​ໂຕ໋ງາ ​​ໄດ້​ແບ່ງ​ປັ່ນ​ກ່ຽວກັບ​ວິວັດ​ແຫ່ງ​ການ​ເຂົ້າຮ່ວມ​ການ​ຕໍ່​ຕ້ານ ​ແລະ ​ຖືກ​ຕິດທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ກໍ່​ຄື​ວິວັດ​ແຫ່ງການ​ເດັດ​ດຽວຕໍ່ສູ້ທວງ​ໃຫ້​ບັນດາ​ບໍລິສັດທາດ​ເຄມີ​ຂອງ​ອາ​ເມລິ​ກາ ຕ້ອງ​ຊົດ​ເຊີຍ​ ບໍ່ພຽງ​ແຕ່ທ່ານ​ນາງ​ເທົ່າ​ນັ້ນ ​ຫາກ​ຍັງ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມຫວຽດນາ​ມາ​ນັບ​ລ້ານໆ​ຄົນອີກ​ດ້ວຍ. ທ່ານ​ນາງ ເຈີ່ນ​ໂຕ໋ງາ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ປະຊາຊົນ​ບັນດາ​ອົງການ​ມະຫາຊົນການ​ເມືອງ​ສັງຄົມ ສືບຕໍ່າສະໜັບສະ​ໜູນ ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ເພື່ອ​​ໃຫ້​ທ່ານ​ນາງມີ​ມານະ​ຈິດ ​ແລະ ຈິດ​ໃຈ​ຢ່າງ​ພຽງພໍ ​ເພື່ອ​ສືບ​ຕໍ່​ການ​ຮ້ອງ​ຟ້ອງ​ເຖິງ​ເວລາ​ໄດ້​ຮັບ​ຜົນ ​ແລະ ກໍ່​ໃນ​ການ​ໂອ້​ລົມ​ສົນທະນາ ບັນດາ​ຜູ້​ແທນຍັງສະ​ແດງ​ຄວາມ​ສະໜັບສະໜູນ  ຕໍ່ເຫດການ​ຮ້ອງ​ຟ້ອງ ຂອງ​ທ່ານ​ນາງ ເຈີ່ນ​ໂຕ໋ງາ.

ຂ່າວ/ບົດ​ອື່ນ