ສ້າງກໍາລັງໜູນຊຸກຍູ້ການພົວພັນຮອບດ້ານລະຫວ່າງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ

(VOVWORLD) - ການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ແລະ ການຢ້ຽມຢາມທາງລັດຖະກິດ ຢູ່ ລາຊະອານາຈັກ ກໍາປູເຈຍ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແມ່ນປະສົບຜົນສໍາເລັດຢ່າງຈົບງາມ

        ຕອນບ່າຍວັນທີ 26 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ແຫ່ງ ສປປ.ລາວ ຢ່າງເປັນທາງການ ແລະ ການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ກໍາປູເຈຍ ແຕ່ລະຫວ່າງວັນທີ 24 – 26 ກຸມພາ 2019, ຕາມຄໍາເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ພະບາດສົມເດັດພະບໍລົມມະນຽດ ແຫ່ງ ລາຊະອານາຈັກ ກໍາປູເຈຍ Norodom Sihamoni. ເນື່ອງໃນໂອກາດນີ້,         ທ່ານຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຕອບສໍາພາບຕໍ່ສື່ມວນຊົນກ່ຽວກັບ ໝາກຜົນອັນພົ້ນເດັ່ນ ຂອງການຢ້ຽມຢາມດັ່ງກ່າວ.

        ທ່ານ ຮວ່າງບິ່ງກວນ ຢັ້ງຢືນວ່າ ການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ແລະ ການຢ້ຽມຢາມທາງລັດຖະກິດ ຢູ່ ລາຊະອານາຈັກ ກໍາປູເຈຍ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແມ່ນປະສົບຜົນສໍາເລັດຢ່າງຈົບງາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລະ ການນໍາຂັ້ນສູງຂອງຫວຽດນາມ ແລະ ກໍາປູເຈຍ ໄດ້ມີການປຶກສາຫາລືຢ່າງແທດຈິງ, ຊຸກຍູ້ການຮັບຮູ້ລວມກ່ຽວກັບຄວາມສໍາຄັນກ່ຽວກັບຄວາມຈໍາເປັນຂອງການແລກປ່່ຽນຂໍ້ມູນຂ່່າວສານຢ່າງທັນການ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່່ງກັນແລະກັນໃນບັນດາບັນຫາສາກົນ, ພາກພື້ນ ແລະ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມື ອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ.ບັນດາການນໍາກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພຢູ່ທະເລຕາເວັນອອກ; ເຫັນດີຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກົບກົດໝາຍວ່າດ້ວຍທະເລ 1982. ທັງລາວ ແລະ ກໍາປູເຈຍ ຕ່າງກໍຕັ້ງໜ້າສະໜັບສະໜູນຫວຽດນາມ ສະໝັກເປັນ ກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ຮັບດໍາລົງໜຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020.


ຕອບກັບ

ຂ່າວ/ບົດ​ອື່ນ