ສ້າງກາລະໂອກາດໃນການຮ່ວມມື, ການລົງທຶນ, ດຳເນີນທຸລະກິດໃຫ້ວິສາຫະກິດ ຫວຽດນາມ - ອິນເດຍ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກ ວ່າປັດຈຸບັນ ອິນເດຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ.
ສ້າງກາລະໂອກາດໃນການຮ່ວມມື, ການລົງທຶນ, ດຳເນີນທຸລະກິດໃຫ້ວິສາຫະກິດ ຫວຽດນາມ - ອິນເດຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ກ່າວຄຳເຫັນທີ່ເວທີປາໄສ

ຕອນບ່າຍວັນທີ 19 ພະຈິກ, ທີ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສະຖານທູດອິນເດຍ ປະຈຳຫວຽດນາມ, ສະຫະພັນອຸດສາຫະກຳ ອິນເດຍ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ ຈັດຕັ້ງເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກ ວ່າປັດຈຸບັນ ອິນເດຍ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ເພື່ອບັນລຸເປົ້າໝາຍ ວົງເງິນການຄ້າສອງຝ່າຍຂຶ້ນເປັນ 15 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ,  ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຖືວ່າສອງຝ່າຍຄວນເພີ່ມທະວີການລົງທຶນໃນບັນດາຂົງເຂດທີ່ ອິນເດຍ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ; ຍູ້ແຮງການເຊື່ອມຕໍ່ສາຍການບິນ ແລະ ທາງທະເລ, ຈຳກັດ ແລະ ແກ້ໄຂສິ່ງກີດຂວາງດ້ານການຄ້າເທື່ອລະກ້າວ, ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກ - ນຳເຂົ້າ ຂອງສອງປະເທດ.

ສ່ວນທ່ານປະທານາທິບໍດີອິນເດຍ Ram Nath Kovind ກໍ່ຖືວ່າ ວິສາຫະກິດສອງປະເທດ ກຳລັງມີໂອກາດຮ່ວມມືກັນໃນບັນດາຂົງເຂດ: ເຕັກໂນໂລຢີຂໍ້ມູນຂ່າວສານ, ພື້ນຖານເສດຖະກິດດີຈີຕອນ, ພະລັງງານຜະລິດຄືນໃໝ່, ສາທາລະນະສຸກ, ກະສິກຳ, ການບິນ. ນອກຈາກນັ້ນອິນເດຍ ກໍ່ຢາກຮຽນຮູ້ນຳຫວຽດນາມ ໃນຂົງເຂດພັດທະນາພື້ນຖານໂຄງລ່າງຕົວເມືອງ ແລະ ທ່ອງທ່ຽວ, start up, ປ່ຽນແປງໃໝ່ຫົວຄິດປະດິດສ້າງ ໃນສະພາບການແຫ່ງການປະຕິວັດອຸດສາຫະກຳ 4.0./

ຕອບກັບ

ຂ່າວ/ບົດ​ອື່ນ