ສ້າງຍຸດທະສາດພົວພັນດ້ານວັດທະນະທຳກັບຕ່າງປະເທດຂອງຫວຽດນາມຮອດປີ2020,ວິໄສທັດຮອດປີ2030

ສ້າງຍຸດທະສາດພົວພັນດ້ານວັດທະນະທຳກັບຕ່າງປະເທດຂອງຫວຽດນາມຮອດປີ2020,ວິໄສທັດຮອດປີ2030 - ảnh 1
ລາຍການສະແດງສິລະປະໃນການພົວພັນ, ແລກປ່ຽນລະຫວ່າງເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ
(ພາບ: An Hiếu/TTXVN)

(vovworld) – ວັນ​ທີ 13/8, ຢູ່​ແຂວງ ນີງບິ່ງ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​ກັບ​ສະຖານທູດ​ແດນ​ມາກ​ ປະຈຳ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ບົດຮຽນ​ສາກົນ​ກ່ຽວ​ກັບ​ການ​ສ້າງ​ຍຸດ​ທະ​ສາດ​ການ​ພົວພັນ​ດ້ານວັດທະນະທຳ​ກັບ​ຕ່າງປະ​ເທດຂອງ ຫວຽດນາມ ຮອດ​ປີ 2020, ວິ​ໄສ​ທັດຮອດ​ປີ 2030”. ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ເຕື້​ອງ​ເຖິງ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ແມ່ນ: ປັບປຸງ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ກັບ​ບັນດາ​ປະ​ເທດ, ບັນດາ ​ເຂດ​ແຄ້ວ​ນ​ໃນ​​ໂລກ, ສົ່ງ​ເສີມ, ​ເພີ່ມ​ທະວີ​ ​ແລະ ​ເຮັດ​ໃຫ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັບ​ບັນດາ​ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ, ​ໂຄສະນາ​ພາບ​ພົດ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ​ໃນ​ເວທີ​ສາ​ກົນ.​.​.​​ ກ່າ​ວຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ຫວຽດນາມ ​ໂຮ່ຕ໋ວນ​ແອ​ງ ຢືນຢັນ​ວ່າ: ວັດທະນະທຳ​ພວມ​ກາຍ​ເປັນ​ພື້ນຖານ​ດ້ານ​ຈິດ​ໃຈ​ຢ່າງ​ແໜ້ນ​​ແຟ້ນຂອງ​ສັງຄົມ, ​ແມ່ນ​ກຳລັງ​ແຮງພາຍ​ໃນ​ສຳຄັນ​ຮັບປະກັນ​ການ​ພັດທະນາ​​ແບບ​ຍືນ​ຍົງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​​ໃຫ້​ໝັ້ນຄົງ​ເພື່ອ​ຈຸດໝາຍ​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີ​ວິ​ໄລ. ດັ່ງ​ນັ້ນ, ​ເລື່ອງ​ສ້າງ​ພື້ນຖານ​ວັດທະນະທຳ ​ແລະ ມະນຸດ ຫວຽດນາມ ພັດທະນາ​ຮອບດ້ານ ມຸ່ງ​ໄປ​ເຖິງ​ບັນດາ​ສິ່ງ​ທີ່​ດີງາມ​ຂອງ​ປະ​ເທດ​ຊາດ ​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ລັດຖະບານ ຫວຽດນາມ.


ຂ່າວ/ບົດ​ອື່ນ