ສ້າງຕັ້ງມະຫາວິທະຍາໄລ Fulbright ຫວຽດນາມ

ສ້າງຕັ້ງມະຫາວິທະຍາໄລ Fulbright ຫວຽດນາມ - ảnh 1
(ພິ​ທີ​ມອບ​ຂໍ້​ຕົກ​ລົງສ້າງ​
ໂຮງ​ຮຽນມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ)

(vovworld)- ຕອນ​ທ່ຽງ​ວັນ​ທີ 25/5, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ດຳ​ເນີນ ພິ​ທີ​ມອບ​ຂໍ້​ຕົກ​ລົງ ສ້າງ​ໂຮງ​ຮຽນມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ. ເຂົ້າ​ຮ່ວມ​ພິ​ທີ​ມີ​ ທ່ານ John Kerry ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ ດິງ​ລາ​ທັງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ ບັນ​ດາ​ຄະ​ນະ​ຂະ​ແໜງ​ການ. ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ ຕັ້ງ​ຢູ່ ເມືອງ​ 9 ນະ​ຄອນ​ໂຮ່​ຈີ​ມິນ ເຊິ່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ລາດ ບໍ່​​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ແຫ່ງ​ທຳ​ອິດ ຂອງ​ຫວຽດ​ນາມ. ນີ້​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ໜຶ່ງ​ດຽວ ຢູ່ ​ຫວຽດ​ນາມ ໄດ້​ຮັບ​ການ​ອອກ​ແບບ ຕາມ​ຮູບ​ແບ​ບ​ການ​ສຶກ​ສາ ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກກໍ່​ສ້າງ ​ນັກ​ສຶກ​ສາ​ລຸ້ນ​ຕ່າງໆ​ໃຫ້​ມີ​ຈິນ​ຕະ​ນາ​ການ​ສ່ອງ​ແສງ ຕີ​ລາ​ຄາ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນຫຼາຍ​ຂົງ​ເຂດ. ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ ໄດ້​ຮັບ​ການ​ໜູນ​ຊ່ວຍ ຢ່າງ​ໃຫຍ່ຫຼວງ ຈາກ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ. ມາ​ຮອດ​ປັດ​ຈຸ​ບັນ ລັດ​ຖະ​ບານ​ອາ​ເມ​ລິ​ກາ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ອຸ​ປະ​ຖຳໃຫ້​ແກ່​ກິດ​ຈະ​ກຳ​ນີ້ກວ່າ 20 ລ້ານໂດ​ລາ​ສະ​ຫະ​ລັດ. ທ່ານ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ດິງ​ລາ​ທັງ ຖື​ວ່າ: ນີ້​ແມ່ນ​ເຫດ​ການ​ພິ​ເສດ, ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ​ຍິ່ງກວ່າອີກ. ນະ​ຄອນ​ໂຮ່​ຈີ​ມິນ ຈະ​ສະ​ຫງວນ​ ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸດ ໃຫ້​ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ ​ເພື່ອ​ພັດ​ທະ​ນ​າ.

        ເລີ່ມ​ຕົ້ນ​ແຕ່​ເດືອນ​ 9/2016 ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ ຈະ​​ຄັດ​ເລືອກ​ເອົາ​ນັກ​ສຶກ​ສາ ​ເຂົ້າ​ມາ​ຮຽນລະ​ດັບປະ​ລີນຍາ​ໂທ ຊຸດ​ທຳ​ອິດ ໃນ​​ພະ​ແນກ​ນະ​ໂຍ​ບາຍ​ສາ​ທາ​ລະ​ນະ ແລະ ຄຸ້ມ​ຄອງ Fulbright. ປີ 2018 ມະ​ຫາ​ວິ​ທະ​ຍາ​ໄລ ຈະ​​ສ້າງ​ຕັ້ງ​​ພະ​ແນກວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ Fulbright ດ້ວຍ​ຫຼັກ​ສູດການສຶກ​ສາ ລະ​ດັບ​ປະ​ລີນ​ຍາ​ຕີ 4 ປີ ໃຫ້​ແກ່​ຂະ​ແໜງວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດ​ສາດ, ສິ​ລະ​ປະ ແລະ ເຕັກ​ນິກ.


ຂ່າວ/ບົດ​ອື່ນ