ສ້າງຖັນແຖວພະນັກງານການທະຫານຂັ້ນສູງເພື່ອປົກປັກຮັກສາເອກະລາດ,ອະທິປະໄຕຂອງປະເທດຊາດຢ່າງໝັ້ນຄົງ

ສ້າງຖັນແຖວພະນັກງານການທະຫານຂັ້ນສູງເພື່ອປົກປັກຮັກສາເອກະລາດ,ອະທິປະໄຕຂອງປະເທດຊາດຢ່າງໝັ້ນຄົງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຢ້ຽມຢາມສຳມະນາກອນຂອງວິທະຍາຄານປ້ອງກັນປະເທດ
(ພາບ: VGP.)

(vovworld) – ກ່າວ​ຄຳ​​ເຫັນ​ທີ່​ພິທີ​ໄຂ​ສົກຮຽນ​ໃຫມ່ 2014 – 2015 ຂອງ​ວິທະຍາຄານປ້ອງ​ກັນ​ປະ​ເທດ​ໃນ​ຕອນ​ເຊົ້າ​ວັນ​ທີ 16/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເນັ້ນ​ໜັກ​ວ່າ: ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຍາມ​ໃດ​ກໍ່​ແມ່ນກົດ​ເກັນມີ​ຄວາມໝາຍ​ເປັນຕາ​ຍຂອງ​ຊາດ ຫວຽດນາມ. ​ໃນ​ສະພາບ​ການ​ໃຫມ່, ຫວຽດນາມ ຕ້ອງ​ປະຕິບັດ​ຈຸດໝາຍ​ສູງ​ສຸດ​ແມ່ນ​ປົກ​ປັກ​ຮັກ​ສາ​ເອກະລາດ, ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ກໍ່ສ້າງ​ພັກ, ລັດ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ກຳນົດກຳລັງ​ພາຍ​ໃນ​ແມ່ນປັດ​ໄຈ​ຕັ​ດສິນ​ໃນ​ການ​ເພີ່ມທະວີ​ກຳລັງ​ແຮງ​ແຫ່ງ​ຊາດ​. ​ໂດຍຢືນຢັນ ວິທະຍາຄານປ້ອງ​ກັນ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິທະຍາຄານໃຫຍ່​, ອັນ​ດັບ​ໜຶ່ງ​ຂອງ​ຊາດ, ມີໜ້າ​ທີ່​ບຳລຸງ​ສ້າງ, ຝຶກ​ອົບຮົມ​ຖັນ​ແຖ​ວພະນັກງານ​ການ​ທະຫານ​ຂັ້ນ​ສູງ, ຄົ້ນ​ຄ້ວາບັນດາ​ບັນຫາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ, ການ​ທະຫານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຫວັງ​ວ່າ: ວິທະຍາຄານຍູ້​ແຮງ ​ແລະ ປະຕິບັດ​ວຽກ​ງານ​ຄົ້ນ​ຄ້ວາ​ວິທະຍາສາດ, ສຸມ​ໃສ່​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ, ທຳນາຍ​ກົນອຸບາຍ​ຂອງ​ບັນດາ​ກຳລັງ​ທີ່​ເປັນ​ປໍ​ລະ​ປັກ.​.​.​ ​ເພື່ອ​ຮັບ​ມື​ກັບ​ທຸກໆ​ກໍລະນີ​ຢ່າງ​ທັນ​ການ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ເຊື່ອ​ໝັ້ນ​ວ່າ: ວິທະຍາຄານ​ປ້ອງ​ກັນ​ປະ​ເທດ ຈະ​ກາຍ​ເປັນ​ສູນ​ສຶກສາ - ບຳລຸງ​ສ້າງ, ຄົ້ນຄ້ວາ​ພັດທະນາ​ວິທະຍາສາດ​ສິລະ​ປະການ​ທະຫານ​ອັນ​ດັບ​ໜຶ່ງ​ຂອງ​ກອງທັບ ​ແລະ ​ຂອງ​ຊາດ, ມີ​ອິດທິພົນຊື່​ສຽງ​ໃນ​ພາກ​ພື້ນ ​ແລະ ​ໂລກ.


ຂ່າວ/ບົດ​ອື່ນ