ສ້າງພື້ນຖານລັດຖະ ການ,ລັດຖະກອນ ຫວຽດນາມມີປະ ສິດທິຜົນ


 ສ້າງພື້ນຖານລັດຖະ ການ,ລັດຖະກອນ ຫວຽດນາມມີປະ ສິດທິຜົນ - ảnh 1

(ພາບ: Phạm Kiên/TTXVN )

(vovworld) –​​​​​​​​ຕອນ​ເຊົ້າວັນ​ທີ 20/10, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ຂອງ​ອົງການ​ບໍລິຫານ​ພາກ​ຕາ​ເວັນ​ອອກ​ໂລກ EROPA 2014 ​ໄດ້​ຈັດ​ວາລະ​ປະຊຸມ​ຄົບຄະນະ​ຄັ້ງທຳ​ອິດ. ດ້ວຍ​ຫົວ​ເລື່ອງ: “ການ​ບໍລິຫານຂອງ​ລັດ​ໃນ​ສະພາບ​ການ​ເຊື່ອງ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ​ໂລກ“, ກອງ​ປະຊຸມ EROPA 2014 ​ໄດ້ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ແທນ 10 ປະ​ເທດ​ສະມາຊິກ EROPA. ທີ່​ວາລະ​ປະຊຸມ​ນີ້, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ການ​ແບ່ງປັນ​ກ່ຽວ​ກັບ​ຄວາມ​ຈະ​ແຈ້ງ ​ແລະ ຄວາມ​ຮັບຜິດຊອບ​ອະພິປາຍ​ຂອງ​ລັດຖະບານ​ກ່ຽວຂ້ອງ​ເຖິງ​ລະບົບ digital ຢູ່​ຍີ່ປຸ່ນ; ການ​ເຂົ້າຮ່ວມ​ຂອງ​ພາກ​ເອກະ​ຊົນ​ໃນ​ການ​ຫລຸດຜ່ອນ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຂອງ​ຟິລິບ​ປິນ; ບັນດາ​ການ​ບໍລິຫານ​ຂອງ​ລັດ​ໃນ​ສະພາບ​ຫັນ​ເປັນ​ໂລກ​ພິບັດ ​ແລະ ການ​ເຊື່ອມ​ໂຍງ, ບັນດາ​ສິ່ງ​ທ້າ​ທາຍ ​ແລະ ມາດ​ຕະການ​ໃຫ້​ແກ່​ການ​ບໍລິຫານ​ຫວຽດນາມ.

  ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ເຈິ່ນ​ແອ​ງຕວນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພາຍ​ໃນ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດຕັ້ງກອງ​ປະຊຸມ EROPA 2014 ​ໃຫ້​ຮູ້​ວ່າ:

  “ປະຈຸ​ບັນ, ​ໃນ​ສະພາບ​ການຫັນ​ເປັນ​ໂລກ​ພິບັດ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ນັບ​ມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ, ການ​ເຂົ້າຮ່ວມ EROPA ​ຂອງ​ຫວຽດນາມ ​ແມ່ນ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ຫວຽດນາມ ສາມາດ​ແບ່ງປັນ, ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ EROPA. ຜ່ານ​ນັ້ນ​ໄດ້​ປະກອບສ່ວນ​ຍຸ້​ແຮງ​ໂຄງການ​ປະຕິ​ຮູບ​ການ​ບໍລິຫານ, ປະຕິ​ຮູບ​ກົນ​ໄກ​ລັດຖະການ, ລັດຖະກອນ​ຂອງ​ຫວຽດນາມ ດ້ວຍ​ຈຸດໝາຍ​ສ້າງ​ພື້ນຖານ​ລັດຖະການ​ຄວາມ​ຮັບຜິດຊອບ, ຂະຫຍັນ​ຂັນ​ເຂື່ອນ, ຈະ​​ແຈ້ງ ​ແລະ ມີ​ປະ​ສິດທິ​ຜົນ“./.

 

ຂ່າວ/ບົດ​ອື່ນ