ສ້າງລະບົບຮ່ວມສຳພັນຄຸນຄ່າການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ

(VOVWORLD) - ວັນທີ 19 ສິງຫາ, ທີ່ນະຄອນ ຕາມກີ, ແຂວງ ກວາງນາມ, ຄະນະກຳມະການຊົນເຜົ່າສົມທົບກັບແຂວງ ກວາງນາມ ຈັດຕັ້ງກອງປະຊຸມສຳມະນາການເຕັກນິກສຳຜັດລະບົບຄຸນຄ່າໃນການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ.
ສ້າງລະບົບຮ່ວມສຳພັນຄຸນຄ່າການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ - ảnh 1 (ພາບປະກອບ/ TTXVN)

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາແມ່ນບັນດານັກຊ່ຽວຊານທີ່ມາຈາກບັນດາອົງການຈັດຕັ້ງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໄດ້ພ້ອມກັນໄຈ້ແຍກ ເພື່ອຕີລາຄາໂອກາດ ແລະ ສິ່ງທ້າທາຍຂອງເຄື່ອງປ່າຂອງດົງທີ່ບໍ່ແມ່ນໄມ້ກໍ່ຄືທີ່ຕັ້ງບົດບາດຂອງຊົນເຜົ່າສ່ວນໜ້ອຍໃນການພັດທະນາຊັບພະຍາກອນປ່າໄມ້ຢ່າງໝັ້ນຄົງ. ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ເລື່ອງຮ່ວມສຳພັນລະບົບຄຸນຄ່າການຜະລິດກໍ່ໄດ້ປະຕິບັດຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຖິງຢ່າງໃດກໍ່ຕາມ ປະສິດທິຜົນຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຍ້ອນບັນດາຮົ້ວກີດຂວາງກ່ຽວກັບນະໂຍບາຍ, ກຳລັງຄວາມສາມາດການເຄື່ອນໄຫວຂອງບັນດາຫົວໜ່ວຍ, ວິສາຫະກິດ ກໍ່ຄືຄວາມເປັນເຈົ້າການຂອງປະຊາຊົນ. ສະນັ້ນ, ບັນດານັກຊ່ຽວຊານໃຫ້ຂໍ້ສະເໜີ ຄວນປະກາດໃຊ້ລະບົບນະໂຍບາຍທີ່ເປັນເອກະລັກສະເພາະ, ເພື່ອສົ່ງເສີມວິສາຫະກິດ, ບັນດາອົງການເສດຖະກິດສາກົນເຂົ້າຮ່ວມການຮ່ວມມື, ສ້າງລະບົບຮ່ວມສຳພັນຄຸນຄ່າການພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍຕາມວິທີຢ່າງໝັ້ນຄົງ.  

ຕອບກັບ

ຂ່າວ/ບົດ​ອື່ນ