ສ້າງວຽກເຮັດງານທຳໝັ້ນຄົງຍາວນານໃຫ້ຊາວຫນຸ່ມປະສົບກັບຄວາມຫຍຸ້ງຍາກ

(VOVWORLD) -ຕອນເຊົ້າວັນທີ 12 ມີຖຸນາ ຢູ່ ຮ່າໂນ້ຍ, ອົງການ Plan International ສົມທົບກັບວິທະຍາໄລບຳລຸງສ້າງອາຊີບ ອຸດສາຫະກຳ ຮ່າໂນ້ຍ ແລະ ວິທະຍາໄລກໍ່ສ້າງກິດຈະກຳຕົວເມືອງ ສະຫລຸບໂຄງການ “ສອນວິຊາຊີບໃຫ້ແກ່ຊາວຫນຸ່ມປະສົບກັບຄວາມຫຍຸ້ງຍາກຢູ່ ຮ່າໂນ້ຍ”.

ສ້າງວຽກເຮັດງານທຳໝັ້ນຄົງຍາວນານໃຫ້ຊາວຫນຸ່ມປະສົບກັບຄວາມຫຍຸ້ງຍາກ - ảnh 1 ນັກສຶກສາຮຽນວິຊາຊີບ

ພາບ:nhandan

 ພາຍຫລັງຜັນຂະຫຍາຍມາເປັນເວລາ 3 ປີ, ດ້ວຍ ຍອດຈຳນວນທຶນ 39 ຕື້ດົງ, ໂຄງການໄດ້ຫນູນຊ່ວຍໂຮງຮຽນ 2 ແຫ່ງດັ່ງກ່າວ ປ່ຽນໃຫມ່ສະພາບແວດລ້ອມການສອນວິຊາຊີບມີຄຸນນະພາບ ແລະ ສອດຄ່ອງກັບການກຳນົດທິດຂອງຕະຫລາດ.  ນອກຈາກບັນດາທັກສະໃນອາຊີບແລ້ວ, ນັກສຶກສາ ຍັງໄດ້ຮຽນທັກສະພື້ນຖານກ່ຽວກັບຄວາມປອດໄພໃນການອອກແຮງງານ ແລະ ການດຳລົງຊີວິດທີ່ຈຳເປັນເພື່ອພັດທະນາຕົນເອງ ແລະ ພ້ອມແລ້ວເພື່ອເຮັດວຽກ. ທ່ານນາງ Sharon Kane, ຜູ້ອຳນວຍການແຫ່ງຊາດຂອງອົງການ Plan International ຫວຽດນາມ ໃຫ້ຮູ້ວ່າ:

        “ຜ່ານໂຄງການນີ້ ພວກຂ້າພະເຈົ້າເຫັນໄດ້ວ່າ ພວກເພື່ອນ ຊາວຫນຸ່ມທີ່ປະສົບກັບຄວາມຫຍຸ້ງຍາກ ມີຄວາມຕ້ອງການສູງໃນເລື່ອງປາດຖະຫນາຢາກໄດ້ເຂົ້າຮ່ວມບັນດາຊຸດຮຽນວິຊາຊີບທີ່ມີຄຸນນະພາບສູງ. ຜ່ານນັ້ນ ພວກຂ້າພະເຈົ້າຊ່ວຍໃຫ້ພວກນ້ອງມີກາລະໂອກາດໄດ້ຮຽນວິຊາຊີບ, ສ້າງລາຍຮັບ ແລະ ປ່ຽນແປງຊີວິດອັນດີງາມກວ່າໃຫ້ແກ່ພວກນ້ອງ ແລະ ຄອບຄົວ.”

ຕອບກັບ

ຂ່າວ/ບົດ​ອື່ນ