ສ້າງສຳເນົາເອກະສານສິລະປະຟ້ອນແຊ່ເຜົ່າຜູ້ໄທຍືນສະເໜີຕໍ່ UNESCO

ສ້າງສຳເນົາເອກະສານສິລະປະຟ້ອນແຊ່ເຜົ່າຜູ້ໄທຍືນສະເໜີຕໍ່ UNESCO - ảnh 1
ຟ້ອນແຊ່​​ເຜົ່າ​ຜູ້​ໄທ
(ພາບ: VNP/TTXVN)

(vovworld) - ກະ​ຊວງວັດ​ທະ​ນ​ະ​ທຳ, ກິ​ລາ ແລະ ທ່​ອງ​ທ່ຽ​ວ ​ໄ​ດ້ມອບ​ໃຫ້ແຂ​ວງ ອຽນ​ບ໋າຍ ​ ສ້າງ​ສຳ​ເນົາ​ເອ​ກະ​ສານ​ສິ​ລະ​ປະ​ຟ້ອນແຊ່​ເຜົ່າ​ຜູ້​ໄທ ຍື່ນ​ສະ​ເໜີ​ຕໍ່ UNESCO. ​ກຳ​ນົດເວ​ລາ​ສົ່ງ​​ສຳ​ເນົາ​ເອ​ກະ​ສານ​ໃຫ້ UNESCO ແມ່ນ​ເດືອນ​ 03/2018. ຕາມນັ້ນ​ແລ້ວ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ອຽນ​ບ໋າຍ ເປັນ​ປະ​ທານ, ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວຂ້ອງ ແລະ ບັນ​ດາ​ແຂວງ​ທີ່ມີ​ມໍ​ລະ​ດົກ ຄົ້ນ​ຄວ້າ, ສ້າງ​ສຳ​ເນົາ​ເອ​ກະ​ສານ​ສິ​ລະ​ປະ​ຟ້ອນແຊ່​​ເຜົ່າ​ຜູ້​ໄທ ຍື່ນ​ສະ​ເໜີ​ຕໍ່ UNESCO ​ຈົດ​ຊ​ື່​​ເຂົ້າ​ບັນ​ດາ​ເອ​ກະ​ສານ​ວັດ​ທະ​ນະ​ທຳບໍ່​ມີ​ຮູບ​ຮ່າງ​ຕາງ​ໜ້າມວນ​ມະ​ນຸດ. ຕາມ​ບັນ​ດາ​ນັກ​ຄົ້ນ​ຄວ້າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ແລ້ວ, ຟ້ອນ ແຊ່ ຍາມ​ໃດ​ກໍ່​​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ດຳ​ລົງ​ຊີ​ວິດ​ວັດ​ທະ​ນະ​ທຳ​ ແລະ ໄດ້​ກາຍ​ເປັນ​ອາ​ຫານ​ທາງ​ດ້ານ​ຈິດ​ໃຈ​ທີ່​ຂາດບໍ່​ໄດ້​​ໃນ​ບັນ​ດາໂອ​ກາດ​​ງານບຸນ​​ຕ່າງໆ, ​ການບູ​ຊາ​ຂອງ​​ຊົນ​ເຜົ່າ​ຜູ້​ໄທ.

ຂ່າວ/ບົດ​ອື່ນ