ສ້າງເງື່ອນໄຂດີທີ່ສຸດເພື່ອພັດທະນາຂະແໜງສຶກສາ

ສ້າງເງື່ອນໄຂດີທີ່ສຸດເພື່ອພັດທະນາຂະແໜງສຶກສາ - ảnh 1
(ພາບປະກອບ)

(vovworld) – ​ເນື່ອງ​ໃນ​ໂອກາດ​ໄຂ​ສົກຮຽນ​ໃໝ່ 2015 – 2016, ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຝາກຈົດໝາຍ​ເຖິງ​ບັນດາ​ຄູ​ອາຈານລຸ້ນຕ່າງໆ, ພະນັກ​ງານ, ພາລະ​ກອນ, ລັດຖະກອນ​ຂະ​ແໜງ​ສຶກສາ​ ​ແລະ ພໍ່​​ແມ່​ນັກຮຽນ, ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ. ທ່ານ​ປະທານ​ປະ​ເທ​ດ​ເນັ້ນ​ໜັກ​ວ່າ: ສົກຮຽນ 2015 – 2016, ຂະ​ແໜງ​ສຶກສາ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ “ສອນ​ດີ, ຮຽນ​ເກັ່ງ” ​ແລະ ປະຕິບັດ​ບັນດາ​ໜ້າ​​ທີ່ໃຫ້​ບັນ​ລຸ​ປະສິດ​ທິ​ຜົນ​ເຊິ່ງ​ໄດ້​ວາງ​ອອກ​ໃນ​ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8, ຊຸດ​ທິ 11 ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​​ໂດ​ຍພື້ນຖານ, ຮອບດ້ານ. ນອກຈາກ​ນັ້ນ, ຂະ​ແໜງ​ສຶກສາຕ້ອງ​ປະຕິບັດ​ມະຕິ​ຂອງ​ສະພາ​​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ຫຼັກສູດ, ປືມ​ຕຳລາ​ຮຽນ​ຂັ້ນ​ສຶກສາ​ມັດທະຍົມ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ອົງ​ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງ, ບັນດາ​ອົງການ​ມະຫາຊົນ, ຄອບຄົວ ​​ແລະ ສັງ​ຄົມ ສືບຕໍ່​ເອົາ​ໃຈ​ໃສ່​ກວ່າ​ອີກ, ສົມທົບ​ກັບ​ຂະ​ແໜງ​ສຶກສາ​ຢ່າງ​ແໜ້ນ​ແຟ້ນ, ສ້າງ​ເງື່ອນ​ໄຂ​ຢ່າງ​ດີ​ທີ່​ສຸດ​ໃຫ້ການ​ຮໍ່າຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ ​ແລະ ສູ້​ສົນ​ສ້າງ​ລຸ້ນຕໍ່​ໄປ​ໃຫ້​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ