ສ້າງເງື່ອນໄຂໃຫ້ນັກສຶກສາພັດທະນາແນວຄວາມຄິດເລີ່ມທຸລະກິດ

ສ້າງເງື່ອນໄຂໃຫ້ນັກສຶກສາພັດທະນາແນວຄວາມຄິດເລີ່ມທຸລະກິດ - ảnh 1
ທ່ານ​ ຮ່​ວາງ​ຈູງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

(vovworld) – ວັນ​ທີ 19/3, ທ່ານ​ ຮ່​ວາງ​ຈູງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ, ຫົວ​ໜ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ (ສ​ສ​ຊ) ນະ​ຄອນ ຮ່າ​ໂນ້ຍ, ເປັນ​ປະ​ທານ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ດ້ວຍ​ຫົວ​ຂໍ້​ວ່າ: “ຊາວ​ໜຸ່ມ​ນະ​ຄອນ​ກັບ​ການ​ຮ່ຳ​ຮຽນ, ເຮັດ​ວຽກ ແລະ ເລີ່ມ​ທຸ​ລະ​ກິດ”. ທີ່ກອງ​ປະ​ຊຸມ, ຄະ​ນະ ສ​ສ​ຊ ໄດ້​ຮັບ​ເອົາ​ບັນ​ດາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ໜຸ່ມ, ​ທີ່ຕາງ​ໜ​້າ​ໃຫ້​ລຸ້ນ​ໜຸ່ມ​ນະ​ຄອນຫຼວງ ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ໄວ​ໜຸ່ມ​ຄື: ຄຸນ​ນະ​ພາບ​ການບ​ຳ​ລຸງ​ສ້າງ, ວຽກ​​ເຮັດງານ​ທຳ​ພາຍຫຼັງ​ຮຽນ​ຈົບ, ນະ​ໂຍ​ບາຍ​ດຶງ​ດູດ ແລະ ນຳ​ໃຊ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ບັນ​ດາ​​ແນວ​ຄວາມ​ຄິດ​​ໃນ​ການ​ເລີ່ມ​ທຸ​ລະ​ກິດກໍ່​ຄື​ເລື່ອງ​ຄາ​ດ​ຄະ​ເນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ໃນອະ​ນາ​ຄົດ​​ໃຫ້​ແກ່ປະ​ເທດ​ຊາດ. ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ຮ່າ​ໂນ້ຍ ຮ່​ວາງ​ຈູງ​ຫາຍ ຖື​ວ່າ: ຜ່ານ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຢ່າ​ງ​ຟົດ​ຟຶ້​ນ​ຂອ​ງ​ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ໜຸ່ມ, ອາດ​ຈະ​ເຫັນ​ໄດ້ຄວາມ​ຕ້ອງ​ການ​ຂອງ​ຊາວ​ໜຸ່ມ​ນະ​ຄອນຫຼວງ​ກ່ຽວ​ກັບ​ການ​ຮ່ຳ​ຮຽນ, ​ວຽກ​ເຮັດງານ​ທຳ ແລະ ​ການເລີ່ມ​ທຸ​ລະ​ກິດ. ທ່ານ ຮ່​ວາງ​ຈູງ​ຫາຍ ຢັ້ງ​ຢືນ​ວ່າ: ບັນ​ຫາ​ເລີ່ມ​ທຸ​ລ​ະ​ກິດ​ແມ່ນ​ສິ່ງ​ທ້າ​ທາຍ​ສຳ​ລັບ​ແຕ່​ລະ​ປ​ະ​ເທດ, ວິ​ສາ​ຫະ​ກິດ. ດັ່ງ​ນັ້ນ, ກ່ອນ​ອື່ນ​ໝົດ, ນະ​ຄອນຫຼວງ ຮ່າ​ໂນ້ຍ ຕ້ອງ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ​ມີ​ພື້ນ​ຖານ​ໂຄງ​ລ່າງ​ໃຫ້​ແກ່​ຊາວ​ໜຸ່ມ ຄື: ການ​ກຳ​ຈັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ກໍ່​ສ້າງ​ຫໍ​ພັກ, ສວນ​ສາ​ທາ​ລະ​ນະ… ການ​ນຳ​ນະ​ຄອນ​ຈະ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ນັກ​ສຶກ​ສາ​ມີ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ຮ່ຳ​ຮຽນ​ເພື່​ອ​ພັດ​ທະ​ນາ​ແນວ​ຄວາມ​ຄິດ​ເລີ່ມ​ທຸ​ລະ​ກິດ.


ຂ່າວ/ບົດ​ອື່ນ