ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ -ລາວ ພ້ອມກັນພັດທະນາ

(VOVWORLD) - ທີ່ການເຮັດວຽກ, ທ່ານ ຫງວຽນກວນຈີ໋ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ປາດຖະໜາວ່າ ລັດຖະບານລາວ ປັບປຸງວິວັດການກວດກາ, ກົດລະບຽບການສົມທົບລະຫວ່າງບັນດາຂະແໜງການຂອງ 2 ຝ່າຍຕາມຮູບແບບ “ປະຕູດຽວ,ຈອດເທື່ອດຽວ” ໂດຍໄວ, ເພື່ອໃຫ້ຂັ້ນຕອນການກວດກາມີຄວາມສະດວກ ແລະ ງ່າຍດາຍກ່ວາ. 
 

ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ -ລາວ ພ້ອມກັນພັດທະນາ - ảnh 1 ດ່ານຊາຍແດນ ລາວບ໋າວ, ຫວຽດນາມ

(ພາບປະກອບ)

ໃນລະຫວ່າງວັນທີ 23 -24 ພຶດສະພາ,  ຄະນະປະຕິບັດງານລະຫວ່າງຂະແໜງຂອງຄະນະກຳມະການຮ່ວມມື ຫວຽດນາມ - ລາວ ໄດ້ເຮັດວຽກກັບຄະນະກຳມະການຮ່ວມມືລາວ - ຫວຽດນາມ ກ່ຽວກັບສະພາບການປະຕິບັດ “ຂໍ້ຕົກລົງຮ່າໂນ້ຍປີ 2017” ແລະ ຮູບແບບກວດກາ “ປະຕູດຽວ,ຈອດເທື່ອດຽວ” ຢູ່ດ່ານຊາຍແດນສາກົນ ລາວບ໋າວ - ແດນສະຫວັນ. ທີ່ການເຮັດວຽກ, ທ່ານ ຫງວຽນກວນຈີ໋ງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈີ້ ປາດຖະໜາວ່າ ລັດຖະບານລາວ ປັບປຸງວິວັດການກວດກາ, ກົດລະບຽບການສົມທົບລະຫວ່າງບັນດາຂະແໜງການຂອງ 2 ຝ່າຍຕາມຮູບແບບ “ປະຕູດຽວ,ຈອດເທື່ອດຽວ” ໂດຍໄວ, ເພື່ອໃຫ້ຂັ້ນຕອນການກວດກາມີຄວາມສະດວກ ແລະ ງ່າຍດາຍກ່ວາ. ສ່ວນຝ່າຍລາວ, ທ່ານ ຄຳເຜີຍ ແກ້ວກິນນາລີ, ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ - ຫວຽດນາມ ໄດ້ຊີ້ແຈ້ງວ່າ ລັດຖະບານ ລາວ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ການດຳເນີນທຸລະກິດ, ຄ້າຂາຍຂອງຊາວ ຫວຽດນາມ ຢູ່ ລາວ. ຄະນະກຳມະການຮ່ວມມື ລາວ - ຫວຽດນາມ ຈະສືບຕໍ່ໂຄສະນາ, ສ້າງກົດລະບຽບການສົມທົບຈາກຂັ້ນເມືອງ, ແຂວງ ຕະຫຼອດຮອດຂັ້ນສູນກາງເພື່ອແນໃສ່ຍົກສູງວົງເງິນການສົ່ງອອກຂອງ 2 ປະເທດ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ ຢູ່ລາວ. ການນຳ 2 ແຂວງ ກວາງຈີ້ ແລະ ສະຫວັນນະເຂດ ສືບຕໍ່ແລກປ່ຽນ, ມຸ່ງໄປເຖິງການເປັນເອກະພາບບັນດາມາດຕະການແກ້ໄຂສິ່ງຄົງຄ້າງເກີດຂຶ້ນ. ພາຍຫລັງກອງປະຊຸມນີ້, ຄະນະຈະສືບຕໍ່ຄົ້ນຄ້ວາ ແລະ ລາຍງານຕໍ່ລັດຖະບານ 2 ປະເທດແກ້ໄຂບັນດາສິ່ງຄົງຄ້າງ, ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ - ລາວ ພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ