ສ້າງເສັ້ນຊາຍແດນຫວຽດນາມ-ຈີນສັນຕິພາບ,ສະຖຽນລະພາບ,ມິດຕະພາບ,ຮ່ວມມືແລະພ້ອມກັນພັດທະນາ

ສ້າງເສັ້ນຊາຍແດນຫວຽດນາມ-ຈີນສັນຕິພາບ,ສະຖຽນລະພາບ,ມິດຕະພາບ,ຮ່ວມມືແລະພ້ອມກັນພັດທະນາ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສະຫລຸບ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍອະນຸ​ສັນຍາ​ກ່ຽວ​ກັບຂີດ​ເສັ້ນ​ຊາຍ​ແດນປັກ​ຫຼັກ​ໝາຍ​ຊາຍ​ແດນ, ສັນຍາ​ກ່ຽວ​ກັບຂໍ້​ກຳນົດຄຸ້ມ​ຄອງ​ຊາຍ​ແດນ ​ແລະ ສັນຍາ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ ​ແລະ ສັນຍາ​ກ່ຽວ​ກັບ​ດ່ານ​ຊາຍ​ແດນ ​ແລະ ຂໍ້​ກຳນົດ​ຄຸ້ມ​ຄອງ​ດ່ານ​ຊາຍ​ແດນ​ທາງບົກ ຫວຽດນາມ - ຈີນ (​ເອີ້ນ​ຫຍໍ້​ວ່າ​ແມ່ນ​ເອກະສານ​ນິຕິ​ກຳກ່ຽວ​ກັບ​ຊາຍ​ແດນ 3 ສະບັບ) ທີ່ຫາ​ກໍ່​ດຳ​ເນີນ​ຢູ່​ນະຄອນ ໜາມ​ໜີງ, ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງຂອງ​ຊົນ​ເຜົ່າ ຈວາງ ​ແຂວງ ກວາງຊີ (ຈີນ). ​ເມື່ອຕີ​ລາຄາ​ກ່ຽວ​ກັບ​ບັນດາ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ຊາຍ​ແດນ​​ທາງບົກ ຫວຽດນາມ - ຈີນ 3 ສະບັບ, ທ່ານ ຫງວຽນ​ແອງຢຸງ ຮອງ​ຫົວ​ໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ 5 ປີຜ່ານມາ, ​ເລື່ອງຜັນ​ຂະຫຍາຍ​ເອກກະສາ​ນ 3 ສະບັບ ກ່ຽວ​ກັບ​ຊາຍ​ແດນ​ທາງບົກ ຫວຽດນາມ - ຈີນ ຖື​ກດຳ​ເນີນ​ຢ່າງສະ​ດວ​ກພໍ​ສົມຄວນ. ທ່ານ ຫງວຽນ​ແອງຢຸງ ຮອງ​ຫົວ​ໜ້າ​ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ ​ເນັ້ນ​ໜັກ​ວ່າ: ​ໃນ​ວິວັດ​ແຫ່ງ​ການປະຕິບັດ ​ເອກ​ະສານ​ນິຕິ​ກຳ 3 ສະບັບ​ກ່ຽວ​ກັບ​ຊາຍ​ແດນ​​ທາງບົກ ຫວຽດນາມ - ຈີນ ​ໂດ​ຍພື້ນຖານ​​ແມ່ນຖືກ​ດຳ​ເນີນ​ຢ່າງ​ສະດວກ​ທີ່​ສຸດ. ບັນດາ​ເອກະສານ​ນີ້ ​ແມ່ນກອບ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ ​ແລະ ຮອບດ້ານ ກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ​ເວົ້າ​ລວມ ກໍ່​ຄື​ວຽກ​ງານທີ່​ກ່ຽວຂ້ອງ​ອື່ນໆ​​ເວົ້າ​ສະ​ເພາະ. ກອງ​ປະຊຸມກໍ່​ຍົກ​ອອກ​ບັນດາ​ຈຸດ​ທີ່​ຍັງ​ຄົງຄ້າງ ​ເພື່ອ​ພ້ອມ​ກັນ​ແກ້​ໄຂ ​ແນ​ໃສ່​ສືບ​ຕໍ່ນຳ​ບັນ​ດາ​ເອກະສານ​ຊາຍ​ແດນ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງກ່ວາ, ຕິດພັນກັບ​ສະພາບ​ຕົວ​ຈິງ​ກ່ວາ ​ເພື່ອ​ພ້ອມ​ກັນ​ປະຕິບັດ​ເປົ້າ​ໝາຍ​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດນາມ - ຈີນ ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພ້ອມ​ກັນ​ພັດທະ​ນາ.

ຂ່າວ/ບົດ​ອື່ນ