ສ້າງໂຄງປະກອບຂະແໜງຖ່ານຫີນຄືນໃໝ່ເພື່ອຍົກສູງປະສິດທິຜົນ

ສ້າງໂຄງປະກອບຂະແໜງຖ່ານຫີນຄືນໃໝ່ເພື່ອຍົກສູງປະສິດທິຜົນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງເຮັດ​ວຽກ​ກັບ
​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ - ຊັບ​ພະ​ຍາ​ກອນໂລ​ຫະ​ຫວຽດ​ນາມ
(ພາ​ບ: VGP)

(vovworld) - ວັນ​ທີ 25/06, ທີ່​ການ​ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ຫີນ - ຊັບ​ພະ​ຍາ​ກອນໂລ​ຫະ​ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຖື​ວ່າ, ວຽກ​ງານ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ຖ່ານ​ຫີນ​ຄືນ​ໃໝ່ ທີ່​ພວມ​ປະ​ຕິ​ບັດ ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົ​ນ​ເບື້ອ​​ງຕົ້ນ, ແຕ່​ວ່າ, ເພື່ອ​ພັດ​ທະ​ນາ, ຂະ​ແໜງ​ຖ່ານ​ຫີນຕ້ອງ​ຍ​ົກ​ສູງກຳ​ລັງ​ການ​ຜະ​ລິດ, ຫຼຸດ​ຜ່ອນ​ລາ​ຄາ​ເພື່ອ​ແກ່ງ​ແຍ້ງ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ. ກ່ຽວ​ກັບ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜ​ີໃຫ​້​ຂະ​ແໜງ​ຖ່ານ​ຫີນ ຕ້ອງ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ສຳ​ຫຼ​ວດ, ຕີ​ລາ​ຄາຊັບ​ພະ​ຍາ​ກອນ​ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ການ​ວາງ​ແຜນ​ພັດ​ທະ​ນາ​ຂະ​ແໜງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ກໍ​ສະ​ເໜີ​ໃຫ້ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຖ່ານ​ກີນ - ຊັບ​ພະ​ຍາ​ກອນໂລ​ຫະ​ຫວຽດ​ນາມ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອ​ງ​ຄົນ​ງານ, ໃນ​ຕໍ່​ໜ້າ​ແມ່ນ​ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ, ຕໍ່​ຈາກນັ້ນ​ແມ່ນ​ບັນ​ຫາ​ເຮືອນ​ຢູ່, ຍົກ​ສູງ​ລາຍ​ຮັບ…

ຂ່າວ/ບົດ​ອື່ນ