ສ້າງໂຄງ​ປະ​ກອບ​ງົບ​ປະ​ມານ, ຄຸ້ມ​ຄອງໜີ້ສາ​ທາ​ລະ​ນະຄືນໃໝ່ເພື່ອຮັບ​ປະ​ກັນ​ພື້ນ​ຖານທາງກ​ານເງິນ​ແຫ່ງ​ຊ​າດ​ຢ່າງ​ປອດ​ໄພ ແລະ ຍືນ​ຍົງ

(VOVWORLD) -   ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາສ້າງໂຄງປະກອບງົບປະມານແຫ່ງລັດ ແລະ ການຄວບຄຸມໜິີ້ສາທາລະນະຄືນໃໝ່, ກຳນົດທິດປັບປຸງບັນດານະໂຍບາຍພາສີພິເສດໃຫ້ສົມບູນແບບເພື່ອດຶງດູດການລົງທຶນ, ຮັບປະກັນເປົ້າໝາຍງົບປະມານ ແບບຍືນຍົງ
ສ້າງໂຄງ​ປະ​ກອບ​ງົບ​ປະ​ມານ, ຄຸ້ມ​ຄອງໜີ້ສາ​ທາ​ລະ​ນະຄືນໃໝ່ເພື່ອຮັບ​ປະ​ກັນ​ພື້ນ​ຖານທາງກ​ານເງິນ​ແຫ່ງ​ຊ​າດ​ຢ່າງ​ປອດ​ໄພ ແລະ ຍືນ​ຍົງ - ảnh 1 ກອງປະຊຸມຄົບຄະນະຕາໜ່າງຄວບຄຸມການໃຊ້ຈ່າຍພາກລັດ ທະວີບອາຊີ (ພາບ:  baoquangninh.com.vn 

ກອງປະຊຸມຄົບຄະນະຕາໜ່າງຄວບຄຸມການໃຊ້ຈ່າຍພາກລັດ ທະວີບອາຊີ (PEMNA) ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນ 150 ທ່ານໄດ້ໄຂຂຶ້ນໃນວັນທີ 22 ພຶດສະພາຢ່າງເປັນທາງການ, ຢູ່ ແຂວງກ໋ວາງນິງໂດຍກະຊວງການເງິນ ຫວຽດນາມ ເປັນເປັນເຈົ້າພາບຈັດຕັ້ງດ້ວຍຫົວຂໍ້ວ່າ “ສ້າງໂຄງປະກອບງົບປະມານແຫ່ງລັດ ແລະ ການຄວບຄຸມໜິີ້ສາທາລະນະຄືນໃໝ່ເພື່ອຮັບປະກັນພື້ນຖານການເງິນແຫ່ງຊາດຢ່າງປອດໄພ ແລະ ຍືນຍົງ”

      ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນຫາສ້າງໂຄງປະກອບງົບປະມານແຫ່ງລັດ ແລະ ການຄວບຄຸມໜິີ້ສາທາລະນະຄືນໃໝ່, ກຳນົດທິດປັບປຸງບັນດານະໂຍບາຍພາສີພິເສດໃຫ້ສົມບູນແບບເພື່ອດຶງດູດການລົງທຶນ, ຮັບປະກັນເປົ້າໝາຍງົບປະມານ ແບບຍືນຍົງ. ຜູ້ຕາງໜ້າກະຊວງການເງິນ ຫວຽດນາມໄດ້ແບ່ງປັນບົດຮຽນຂອງຫວຽດນາມໃນການຄວບຄຸມໜິີ້້ສາທາລະນະຢ່າງລະມັດລະວັງ ແລະ ຍືນຍົງ, ຈຳໜ່າຍພັນທະບັດລັດຖະບານ, ລາຍງານສະພາບການເງິນແຫ່ງລັດ; ຮູບແບບ ແລະ ໜ້າທີ່ຂອງ ຄັງເງິນ ຫວຽດນາມໃນສະພາບການຄຸ້ມຄອງກການເງິນພາກລັດທີ່ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ