ສ້າງໂຄງປະກອບເສດຖະກິດ ຫວຽດນາມ ໃນສະພາບ 4.0: ບຸລິມະສິດຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ

(VOVWORLD) - ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານເສດຖະກິດ ຖືວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃຫຍ່ເພື່ອໄດ້ຮັບຜົນປະໂຫຍດ ແລະ ພັດທະນາແບບຍືນຍົງ
ສ້າງໂຄງປະກອບເສດຖະກິດ ຫວຽດນາມ ໃນສະພາບ 4.0: ບຸລິມະສິດຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ - ảnh 1ກອງປະຊຸມສຳມະນາວິທະຍາສາດສາກົນຈັດຕັ້ງໃນວັນທີ 22 ພະຈິກ

ຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ສູນຂໍ້ມູນຂ່າວສານ ແລະ ຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ “ບາງການກຳນົດທິດສ້າງໂຄງປະກອບເສດຖະກິດ ຫວຽດນາມ ຄືນໃໝ່ໃນສະພາບການປະຕິວັດ ອຸດສາຫະກຳ 4.0”, ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານດ້ານເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານເສດຖະກິດ ຖືວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດໃຫຍ່ເພື່ອໄດ້ຮັບຜົນປະໂຫຍດ ແລະ ພັດທະນາແບບຍືນຍົງ. ທ່ານ ເລືອງວັນຄອຍ, ຮອງຫົວໜ້າສູນຂໍ້ມູນຂ່າວສານ ແລະ ຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ເນັ້ນໜັກວ່າ: ຄວນຍູ້ແຮງການໂຄສະນາກ່ຽວກັບທາດແທ້, ທ່າອ່ຽງຂອງການປະຕິວັດ 4.0 ເພື່ອໃຫ້ບັນດາວິສາຫະກິດມີສະຕິຄວາມຮູ້ຢ່າງລະອຽດ ແລະ ໝູນໃຊ້ເພື່ອຍົກສູງສະມັດຕະພາບການອອກແຮງງານ ແລະ ຄວາມສາມາດຄົງຕົວ. ກວດກາຄືນບັນດາເປົ້າໝາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ເພື່ອປັບປຸງ, ໝູນໃຊ້ບັນດາກາລະໂອກາດ 4.0. ລັດຖະບານກໍ່ຄວນມີການເຄື່ອນໄຫວໜູນຊ່ວຍວິສາຫະກິດຫຼາຍກ່ວາອີກ, ຄືການໜູນຊ່ວຍບັນດາວິສາຫະກິດຂຶ້ນກັບຂະແໜງເຕັກໂນໂລຊີສູງ; ຕ້ອງມີບັນດາໂຄງການ, ນະໂຍບາຍລະອຽດ ໃຫ້ແກ່ການພັດທະນາແຕ່ລະຂະແໜງການ, ແຕ່ລະຂົງເຂດບົນພື້ນຖານທ່າແຮງການແກ່ງແຍ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ