ສານຢື້ຢາມຖາມຂ່າວຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ

(VOVWORLD) - ໂດຍໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວ, ນຳ້ແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ໄດ້ກໍ່ຄວາມເສຍຫາຍດ້ານຊັບສົມບັດ ແລະ ຊີວິດໃຫ້ແກ່ປະຊາຊົນ ຫວຽດນາມ. 
ສານຢື້ຢາມຖາມຂ່າວຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ - ảnh 1(ພາບປະກອບ) 

ວັນທີ 11 ສິງຫາ 2017, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປລາວ ໄດ້ສົ່ງສານຢື້ຢາມຖາມຂ່າວເຖິງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ. ເນື້ອໃນສານລະບຸວ່າ:

        “ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈ ແລະ ເປັນຫ່ວງທີ່ສຸດເມື່ອໄດ້ຮັບຂ່າວວ່າ, ຝົນຕົກແກ່ຍາວ, ນຳ້ແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ໄດ້ກໍ່ຄວາມເສຍຫາຍດ້ານຊັບສົມບັດ ແລະ ຊີວິດໃຫ້ແກ່ປະຊາຊົນ ຫວຽດນາມ ອ້າຍນ້ອງ, ກໍ່ຄືພື້ນຖານໂຄງລ່າງຢູ່ບັນດາແຂວງພາກເໜືອ ຫວຽດນາມ, ເປັນຕົ້ນແມ່ນຢູ່ແຂວງ ດ້ຽນບຽນ, ເຊີນລາ, ອຽນບ໋າຍ… ເຖິງວ່າຝົນຕົກໄດ້ໝົດໄປແລ້ວກໍ່ຕາມແຕ່ຜົນສະທ້ອນຂອງ ນຳ້ແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນ ຍັງຄົງສືບຕໍ່ເກີດຂຶ້ນໃນບໍລິເວນກວ້າງຂວາງຢູ່.

ໃນນາມພັກ, ລັດຖະບານ, ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງສະຫາຍ ແລະ ຜ່ານສະຫາຍເຖິງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖີ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນຈາກໄພທຳມະຊາດໃນຄັ້ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຢ່າງໃກ້ຊິດຂອງພັກ, ລັດຖະບານຫວຽດນາມ ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖີ່ນນັ້ນ, ປະຊາຊົນ ຫວຽດນາມ ອ້າຍນ້ອງຈະຜ່ານຜ່າຄວາມຫຍຸ້ງຍາກ ແລະ ການດຳລົງຊີວິດຂອງປະຊາຊົນເຂດຖືກຜົນສະທ້ອນຈາກໄພທຳມະຊາດຄັ້ງນີ້ຈະກັບຄືນສູ່ສະຖຽນລະພາບໂດຍໄວ.“

ຕອບກັບ

ຂ່າວ/ບົດ​ອື່ນ