ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື

(VOVWORLD) - ພາຍຫລັງເຮັດວຽກຢູ່ນະຄອນຫລວງ ພະນົມເປັນ, ກຳປູເຈຍ ມາເປັນເວລາ 2 ວັນ, 
ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື - ảnh 1ທີ່ກອງປະຊຸມ (ພາບ: TTXVN)

ວັນທີ 15 ທັນວາ, ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ອອກຖະແຫຼງການຮ່ວມຂອງກອງປະຊຸມສານບັນດາແຂວງຊາຍແດນຂອງ 3 ປະເທດຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ. ກອງປະຊຸມໄດ້ເຫັນດີເປັນເອກະພາບກ່ຽວກັບຍຸດທະສາດ, ເນື້ອໃນ ແລະ ກົນໄກການຮ່ວມມືຫລາຍຝ່າຍ, 2 ຝ່າຍ. ຕາມນັ້ນແລ້ວ, ສານ 3 ປະເທດ ສືບຕໍ່ຍົກສູງການຮ່ວມມືຢ່າງມີປະສິດທິຜົນ, ແບ່ງປັນບົດຮຽນໃນການພິພາກສາບັນດາຄະດີອາຍາ, ຄະດີແພ່ງ, ເພີ່ມທະວີການຮ່ວມມືຕໍ່ສູ້ປ້ອງກັນຕ້ານອາດຊະຍາກຳ, ພິເສດແມ່ນບັນດາອາດຊະຍາກຳກ່ຽວກັບຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍສັດປ່າ, ປະກອບສ່ວນຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ມີສະຖຽນລະພາບໃນພາກພື້ນ.

        ກ່ອນໜ້ານັ້ນ, ທ່ານປະທານສານປະຊາຊົນສູງສຸດ ຫວຽດນາມ ຫງວຽນຮ່ວາບີງ ໄດ້ມີການພົບປະ 2 ຝ່າຍກັບທ່ານປະທານສານສູງສຸດ ກຳປູເຈຍ Dith Munty; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ບັນດາອົງການປະຕິບັດງານ ຫວຽດນາມ ປະຈຳ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ