ສານອວຍພອນກອງປະຊຸມໃຫຍ່ຄັ້ງທີ19ຂອງພັກກອມມູນິດຈີນ

(VOVWORLD) -ວັນທີ 18 ຕຸລາ ປີ 2017, ເນື່ອງໃນໂອກາດ ສປ ຈີນ ຈັດຕັ້ງກອງປະຊຸມຄັ້ງທີ 19 ພັກກອມມູນິດ ຈີນ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ. 

ໃນສານອວຍພອນມີຕອນຂຽນວ່າ:

“ເນື່ອງໃນໂອກາດຈັດກອງປະຊຸມໃຫຍ່ຄັ້ງທີ 19 ພັກກອມມູນິດ ຈີນ, ຕາງຫນ້າໃຫ້ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ສົ່ງຄຳອວຍພອນອັນປະເສີດທີ່ສຸດມາຍັງກອງປະຊຸມໃຫຍ່ ແລະ ຜ່ານກອງປະຊຸມໃຫຍ່ ຂໍສົ່ງເຖິງສະມາຊິກພັກກອມມູນິດຈີນ ທັງໝົດ ແລະ ປະຊາຊົນຈີນ. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫລວງຊື່ງປະຊາຊົນຈີນ ຍາດມາໄດ້ໃນຊຸມປີຜ່ານມາ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ຈະວາງອອກບັນດາລັດຖະນະໂຍບາຍສຳຄັນ, ສ້າງການກຳນົດທິດໝັ້ນແກ່ນ ເພື່ອໃຫ້ປະຊາຊົນຈີນ ປະຕິບັດຄາດໝາຍສ້າງສັງຄົມຮັ່ງມີ ຮອບດ້ານສຳເລັດຜົນ ແລະ ກ້າວໄປເຖິງຈຸດໝາຍກໍ່ສ້າງປະເທດ ຈີນ ສັງຄົມນິຍົມ ທັນສະໄຫມ, ຮັ່ງມີ, ປະຊາທິປະໄຕ, ສີວິໄລ ແລະ ມີຄວາມກົມກຽວ. 

ຕອບກັບ

ຂ່າວ/ບົດ​ອື່ນ