ສານອວຍພອນວັນສະຖາປະນາສປປ.ລາວ ຄົບຮອບ 43 ປີ

(VOVWORLD) -ເນື່ອງໃນໂອກາດວັນສະຖາປະນາສປປ.ລາວ ຄົບຮອບ 43 ປີ (02 ທັນວາ 1975 – 02 ທັນວາ 2018)

ວັນທີ 01 ທັນວາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລະຈິດ; ທ່ານນາຍົກລັດຖະມົນຕີ ທອງລຸນ ສີສູລິດ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງສານອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຫວຽດນາມ ຮ່ວາມບິ່ງກວນ ກໍ່ໄດ້ສົ່ງສານອວຍພອນເຖິງທ່ານນາງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສູນທອນ ໄຊຍະຈັກ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ